ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ພິກຂຸທັງຫຼາຍ ! ໃນກາລ ບັດນີ້ ພຣະອະຣິຍະເຈົ້າເຫຼົ່າໃດເຫຼົ່າໜຶ່ງ ກຳລັງເປັນຢູ່ຢ່າງພຣະອະຣິຍະເຈົ້າ; ພຣະອະຣິຍະເຈົ້າທັງໝົດເຫຼົ່ານັ້ນ ກໍກຳລັງເປັນຢູ່ໃນການຢູ່ຢ່າງພຣະອະຣິຍະເຈົ້າສິບປະການນີ້ຄືກັນ.

ພິກຂຸທັງຫຼາຍ ! ການຢູ່ແບບພຣະອະຣິຍະເຈົ້າ ຊຶ່ງ ພຣະອະຣິຍະເຈົ້າທັງຫຼາຍໄດ້ຢູ່ມາແລ້ວກໍດີ ກຳລັງຢູ່ໃນບັດນີ້ກໍດີ ຈັກຢູ່ຕໍ່ໄປກໍດີ ມີເຄື່ອງຢູ່ສິບປະການເຫຼົ່ານີ້ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຜູ້ສາມາດລະອາສະວະທັງຫຼາຍ

ໃນສ່ວນທີ່ລະໄດ້ດ້ວຍການເຫັນ ໔໓

- ບາລີ ມູ. ມ. ໑໒/໑໒-໑໖/໑໒.

ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ມີການສະດັບ ໄດ້ເຫັນພຣະອະຣິຍະເຈົ້າ ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ໄດ້ຮັບການແນະນຳ ໃນທັມຂອງພຣະອະຣິຍະເຈົ້າ ໄດ້ເຫັນສັຕບຸຣຸສ ສະຫຼາດໃນທັມຂອງສັຕບຸຣຸສ ໄດ້ຮັບການແນະນຳ ໃນທັມຂອງສັຕບຸຣຸສ, ຍ່ອມຮູ້ແຈ້ງ ຊຶ່ງທັມທັງຫຼາຍທີ່ຄວນກະທຳໄວ້ໃນໃຈ ແລະບໍ່ຄວນກະທຳໄວ້ໃນໃຈ.

ອະຣິຍະສາວົກນັ້ນ ຮູ້ແຈ້ງຢູ່ຊຶ່ງທັມທັງຫຼາຍທີ່ຄວນກະທຳໄວ້ໃນໃຈແລະບໍ່ຄວນກະທຳໄວ້ໃນໃຈ, ທ່ານຍ່ອມບໍ່ກະທຳໄວ້ໃນໃຈຊຶ່ງທັມທັງຫຼາຍທີ່ບໍ່ຄວນກະທຳໄວ້ໃນໃຈ, ຈະກະທຳໄວ້ໃນໃຈແຕ່ທັມທັງຫຼາຍທີ່ຄວນກະທຳໄວ້ໃນໃຈ ເທົ່ານັ້ນ.

ພິກຂຸທັງຫຼາຍ ! ທັມທັງຫຼາຍອັນບໍ່ຄວນກະທຳໄວ້ໃນໃຈ ທີ່ອະຣິຍະສາວົກທ່ານບໍ່ກະທຳໄວ້ໃນໃຈນັ້ນ ເປັນແນວໃດໜໍ ?

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ເມື່ອບຸກຄົນກະທຳໄວ້ໃນໃຈຊຶ່ງທັມເຫຼົ່າໃດ ຢູ່, ກາມາສະວະ ພະວາສະວະ ຫຼືອະວິຊຊາສະວະ ກໍຕາມທີ່ຍັງບໍ່ເກີດຍ່ອມເກີດຂຶ້ນ ຫຼືທີ່ເກິດຂຶ້ນແລ້ວຍ່ອມຈະເຣີນຍິ່ງຂຶ້ນ; ທັມເຫຼົ່ານີ້ແລ ເປັນທັມທີ່ບໍ່ຄວນກະທຳໄວ້ໃນໃຈ ຊຶ່ງອະຣິຍະສາວົກ ທ່ານບໍ່ກະທຳໄວ້ໃນໃຈ.

ພິກຂຸທັງຫຼາຍ ! ທັມທັງຫຼາຍ ອັນເປັນທັມທີ່ຄວນກະທຳໄວ້ໃນໃຈ ທີ່ອະຣິຍະສາວົກທ່ານກະທຳໄວ້ໃນໃຈນັ້ນ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ກາມາສະວະ ພະວາສະວະ ຫຼືອະວິຊຊາສະວະ ກໍຕາມ ທີ່ຍັງບໍ່ເກີດຍ່ອມບໍ່ເກີດຂຶ້ນ ຫຼືທີ່ເກິດຂຶ້ນແລ້ວ ຍ່ອມລະໄປ ແກ່ບຸກຄົນຜູ້ກະທຳຊຶ່ງທັມເຫຼົ່າໃດໄວ້ໃນໃຈ ຢູ່; ທັມເຫຼົ່ານີ້ແລ ເປັນທັມທີ່ຄວນກະທຳໄວ້ໃນໃຈ ຊຶ່ງອະຣິຍະສາວົກທ່ານກະທຳໄວ້ໃນໃຈ.

ເພາະອະຣິຍະສາວົກນັ້ນ

ບໍ່ກະທຳໄວ້ໃນໃຈ ຊຶ່ງທັມທັງຫຼາຍທີ່ບໍ່ຄວນກະທຳໄວ້ໃນໃຈ

ແຕ່ມາກະທຳໄວ້ໃນໃຈ ຊຶ່ງທັມທັງຫຼາຍທີ່ຄວນກະທຳໄວ້ໃນໃຈເທົ່ານັ້ນ,

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ອາສະວະທັງຫລາຍທີ່ຍັງບໍ່ເກີດ ຈຶ່ງບໍ່ເກີດຂຶ້ນ ແລະອາສະວະທັງຫລາຍທີ່ເກິດຂຶ້ນແລ້ວ ຍ່ອມລະໄປ.

ອະຣິຍະສາວົກນັ້ນ ຍ່ອມກະທຳໄວ້ໃນໃຈໂດຍລະອຽດຮອບຄອບ ວ່າ “ທຸກຂ໌ເປັນຢ່າງນີ້, ເຫຕໃຫ້ເກີດທຸກຂ໌ເປັນຢ່າງນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນຢ່າງນີ້, ທາງດຳເນີນໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນຢ່າງນີ້” ດັ່ງນີ້.

ເມື່ອອະຣິຍະສາວົກນີ້ ກະທຳໄວ້ໃນໃຈໂດຍລະອຽດຢູ່ຢ່າງນີ້, ສັງໂຍຊນ໌ສາມ ຄື ສັກກາຍະທິຕຖິ ວິຈິກິຈສາ ສີລັບພະຕະປະຣາມາສ ຍ່ອມລະໄປ.

ພິກຂຸທັງຫຼາຍ ! ນີ້ເຮົາກ່າວວ່າ

ອາສະວະທັງຫຼາຍຈະຍ່ອມລະເສຍດ້ວຍການເຫັນ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ສັມມາທິຕຖິໂລກຸຕຕະຣະ ນານາແບບ

(ຕາມຄຳພຣະສາຣີບຸຕ) ໔໔

- ບາລີ ມູ. ມ. ໑໒/໘໕-໑໐໒/໑໑໐-໑໓໐.

ກ. ໝວດເນື່ອງດ້ວຍກຸສົລ-ອະກຸສົລ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ