ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ມີວິຣິຍະດີ-ມີປັນຍາດີໃນກຸສົລທັມທັງຫຼາຍ ແລະ ສັດທາເປັນຕົ້ນຂອງເຂົາ ບໍ່ເສື່ອມ ບໍ່ຈະເຣີນ ແຕ່ຊົງຕົວຢູ່. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວຟູໂຕຢູ່.

ພິກຂຸທັງຫຼາຍ ! (໔) ບຸກຄົນ ຜຸດຂຶ້ນແລ້ວຫຼຽວເບິ່ງ ຮອບໆ ຢູ່ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົລທັມທັງຫຼາຍ. ບຸກຄົນນັ້ນເພາະຄວາມດັບສິ້ນໄປແຫ່ງສັງໂຍຊນ໌ສາມ ເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິບພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວຫຼຽວເບິ່ງຮອບໆ ຢູ່.

ພິກຂຸທັງຫຼາຍ ! (໕) ບຸກຄົນ ຜຸດຂຶ້ນແລ້ວລອຍເຂົ້າຫາຝັ່ງ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ມີວິຣິຍະດີ-ມີປັນຍາດີໃນກຸສົລທັມທັງຫຼາຍ. ບຸກຄົນນັ້ນ ເພາະຄວາມດັບສິ້ນໄປແຫ່ງສັງໂຍຊນ໌ສາມ ແລະເພາະຄວາມເບົາບາງແຫ່ງຣາຄະ ໂທສະ ໂມຫະ ເປັນ ສະກະທາຄາມີ ມາສູ່ໂລກນີ້ອີກພຽງເທື່ອດຽວ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ລອຍເຂົ້າຫາຝັ່ງ.

ພິກຂຸທັງຫຼາຍ ! (໖) ບຸກຄົນ ຜຸດຂຶ້ນແລ້ວຍ່າງເຂົ້າມາເຖິງບ່ອນທີ່ຕື້ນແລ້ວ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົລທັມທັງຫຼາຍ. ບຸກຄົນນັ້ນ ເພາະຄວາມດັບສິ້ນໄປແຫ່ງໂອຣັມພາຄິຍະສັງໂຍຊນ໌ຫ້າ ເປັນໂອປະປາຕິກະ (ອະນາຄາມີ) ມີການປະຣິນິບພານໃນພົບນັ້ນບໍ່ວຽນກັບຈາກໂລກນັ້ນເປັນທຳມະດາ. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງບ່ອນທີ່ຕື້ນແລ້ວ.

ພິກຂຸທັງຫຼາຍ ! (໗) ບຸກຄົນ ຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວ ເປັນພຣາມຢືນຢູ່ ເປັນແນວໃດໜໍ ?

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົລທັມທັງຫຼາຍ. ບຸກຄົນນັ້ນ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ (ພຣະອະຣະຫັນຕ໌) ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວຢູ່. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວ ເປັນພຣາມຢືນຢູ່.

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ບຸກຄົນປຽບດ້ວຍບຸກຄົນຕົກນ້ຳ ເຈັດຈຳພວກ ຊຶ່ງມີຢູ່ ຫາໄດ້ຢູ່ ໃນໂລກ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຄົນມີກິເລສຕົກນະຣົກທັງໝົດທຸກຄົນ ແທ້ບໍ່ ?

(ບຸກຄົນທີ່ມີເຊື້ອເຫຼືອ ໙ ຈຳພວກ) ໓໙

- ບາລີ ນວກ. ອັງ. ໒໓/໓໙໑-໓໙໒/໒໑໖.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ