ຄູ່ມືໂສດາບັນ
ໜ້າ/ 82
ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ
ວາຈາຖືກຕ້ອງ ການງານຖືກຕ້ອງ ອາຊີວະຖືກຕ້ອງ
ຄວາມພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ຄວາມເຫັນຖືກຕ້ອງ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຄວາມຮູ້ໃນທຸກຂ໌ ຄວາມຮູ້ໃນເຫຕໃຫ້ເກີດທຸກຂ໌ ຄວາມຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຮູ້ໃນຫົນທາງເປັນເຄື່ອງໃຫ້ລຸເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ອັນໃດ. ນີ້ເຮົາເອີ້ນວ່າ ຄວາມເຫັນຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ຄວາມດຳຣິຖືກຕ້ອງ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຄວາມດຳຣິໃນການອອກຈາກກາມຄວາມດຳຣິໃນການບໍ່ພະຍາບາດ ຄວາມດຳຣິໃນການບໍ່ບຽດບຽນ. ນີ້ເຮົາເອີ້ນວ່າ ຄວາມດຳຣິຖືກຕ້ອງ.
ພິກຂຸທັງຫຼາຍ ! ວາຈາຖືກຕ້ອງ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ການເວັ້ນຈາກການເວົ້າຕົວະ ການເວັ້ນຈາກການເວົ້າຍຸແຍ່ໃຫ້ແຕກກັນ ການເວັ້ນຈາກການເວົ້າຄໍາຫຍາບ ການເວັ້ນຈາກການເວົ້າໂລເລ. ນີ້ເຮົາເອີ້ນວ່າ ວາຈາຖືກຕ້ອງ.
ພິກຂຸທັງຫຼາຍ ! ການງານຖືກຕ້ອງ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ການເວັ້ນຈາກການຂ້າສັຕ ການເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ການເວັ້ນຈາກການປະພຶດຜິດໃນກາມທັງຫຼາຍ. ນີ້ເຮົາເອີ້ນວ່າ ການງານຖືກຕ້ອງ.
ພິກຂຸທັງຫຼາຍ ! ອາຊີວະຖືກຕ້ອງ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນກໍລະນີນີ້ ລະການຫາລ້ຽງຊີບທີ່ຜິດເສຍ ສຳເລັດຄວາມເປັນຢູ່ດ້ວຍການຫາລ້ຽງຊີບທີ່ຖືກຕ້ອງ. ນີ້ເຮົາເອີ້ນວ່າ ອາຊີວະຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ຄວາມພຽນຖືກຕ້ອງ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕຍ່ອມຕັ້ງຈິຕໄວ້ ເພື່ອຄວາມບໍ່ບັງເກີດຂຶ້ນແຫ່ງອະກຸສົລທັມທັງຫຼາຍອັນເປັນບາບ ທີ່ຍັງບໍ່ໄດ້ບັງເກີດ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອການລະເສຍຊຶ່ງອະກຸສົລທັມທັງຫຼາຍອັນເປັນບາບ ທີ່ບັງເກີດຂຶ້ນແລ້ວ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອການບັງເກີດຂຶ້ນແຫ່ງກຸສົລທັມທັງຫຼາຍທີ່ຍັງບໍ່ໄດ້ບັງເກີດ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ເພື່ອຄວາມຍືນຍົງ ຄວາມບໍ່ລືມເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບແຫ່ງກຸສົລທັມທັງຫຼາຍ ທີ່ບັງເກີດຂຶ້ນແລ້ວ. ນີ້ເຮົາເອີ້ນວ່າ ຄວາມພຽນຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ຄວາມລະນຶກຖືກຕ້ອງ ເປັນແນວໃດໜໍ ?








