ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະດີຕ ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງສັງຂາຣທັງຫຼາຍ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍໄດ້ຮູ້ຢ່າງຍິ່ງແລ້ວ ເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້. ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະນາຄົຕ ຈັກຮູ້ຢ່າງຍິ່ງຊຶ່ງສັງຂາຣທັງຫຼາຍ, ຈັກຮູ້ຢ່າງຍິ່ງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ, ຈັກຮູ້ຢ່າງຍິ່ງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ, ຈັກຮູ້ຢ່າງຍິ່ງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍຈັກຮູ້ຢ່າງຍິ່ງເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ຍານໃນການຮູ້ຕາມ (ອັນນະວະຍະຍານ).

ພິກຂຸທັງຫຼາຍ ! ຍານທັງສອງ ຄື ທັມມະຍານ ແລະອັນນະວະຍະຍານ ເຫຼົ່ານີ້ຂອງອະຣິຍະສາວົກ ເປັນທຳມະຊາດບໍຣິສຸດ ຜ່ອງໃສ ໃນກາລໃດ;

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ໃນກາລນັ້ນ ເຮົາເອີ້ນກໍຣິຍະສາວົກນັ້ນ ວ່າ :-

“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;

“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;

“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;

“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;

“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;

“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;

“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;

“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;

“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຜູ້ຮູ້ປະຕິຈຈະສະມຸບບາດແຕ່ລະສາຍເຖິງ “ເຫຕເກີດ”

ແລະ “ຄວາມດັບ” ທັງປັດຈຸບັນ ອະດີຕ ອະນາຄົຕ

ກໍຊື່ວ່າໂສດາບັນ (ຍານວັຕຖຸ ໗໗) ໑໗

- ບາລີ ນິທານ. ສັງ. ໑໖/໗໑-໗໒/໑໒໖-໑໒໗.

ພິກຂຸທັງຫຼາຍ !

ເຮົາຈັກສະແດງ ຊຶ່ງຍານວັຕຖຸ ໗໗ ຢ່າງ

ແກ່ພວກເຈົ້າທັງຫຼາຍ.

ພວກເຈົ້າທັງຫຼາຍຈົ່ງຟັງຄວາມຂໍ້ນັ້ນ,

ຈົ່ງເຮັດໃນໃຈໃຫ້ສຳເລັດປະໂຍຊນ໌, ເຮົາຈັກກ່າວບັດນີ້.

ຄັນພິກຂຸທັງຫຼາຍເຫຼົ່ານັ້ນທູນຮັບສະໜອງພຣະພຸດທະດຳຣັດນັ້ນແລ້ວພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັສຖ້ອຍຄວາມເຫຼົ່ານີ້ວ່າ :-

ພິກຂຸທັງຫຼາຍ !

ກໍ ຍານວັຕຖຸ ໗໗ ຢ່າງ ເປັນແນວໃດໜໍ ?

ຍານວັຕຖຸ ໗໗ ຢ່າງນັ້ນ ຄື: -

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(ໝວດ ໑)

໑. ຍານ ຄື ຄວາມຮູ້ວ່າ ເພາະມີຊາຕເປັນປັຈຈັຍ ຈຶ່ງມີ

ຊະຣາມໍຣະນະ;

໒. ຍານ ຄື ຄວາມຮູ້ວ່າ ເມື່ອຊາຕບໍ່ມີ ຊະຣາມໍຣະນະ ຍ່ອມບໍ່ມີ;

໓. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະດີຕ

ເພາະມີຊາຕເປັນປັຈຈັຍ ຈຶ່ງມີຊະຣາມໍຣະນະ;

໔. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະດີຕ

ເມື່ອຊາຕບໍ່ມີ ຊະຣາມໍຣະນະຍ່ອມບໍ່ມີ;

໕. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະນາຄົຕ

ເພາະມີຊາຕເປັນປັຈຈັຍ ຈຶ່ງມີຊະຣາມໍຣະນະ;

໖. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະນາຄົຕ

ເມື່ອຊາຕບໍ່ມີ ຊະຣາມໍຣະນະຍ່ອມບໍ່ມີ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ