ຄູ່ມືໂສດາບັນ
ໜ້າ/ 82
ຍ່ອມມາຮູ້ທົ່ວເຖິງຊຶ່ງ ນາມຮູບ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງນາມຮູບ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງນາມຮູບ ວ່າເປັນຢ່າງນີ້ໆ.
ຍ່ອມມາຮູ້ທົ່ວເຖິງຊຶ່ງ ວິນຍານ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງວິນຍານ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງວິນຍານ: ວ່າເປັນຢ່າງນີ້ໆ.
ຍ່ອມມາຮູ້ທົ່ວເຖິງຊຶ່ງ ສັງຂາຣ; ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ສັງຂາຣ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ວ່າເປັນຢ່າງນີ້ໆ.
ພິກຂຸທັງຫຼາຍ ! ໃນກາລນັ້ນ ເຮົາເອີ້ນພິກຂຸນັ້ນ ວ່າ :-
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ຮູ້ປະຕິຈຈະສະມຸບບາດແຕ່ລະສາຍໂດຍນັຍ
ແຫ່ງອະຣິຍະສັຈສີ່ ທັງປັດຈຸບັນ ອະດີຕ ອະນາຄົຕ
ຊື່ວ່າໂສດາບັນ (ຍານວັຕຖຸ ໔໔) ໑໖
- ບາລີ ນິທານ. ສັງ. ໑໖/໖໗-໗໑/໑໑໘-໑໒໕.
ພິກຂຸທັງຫຼາຍ !
ເຮົາຈັກສະແດງ ຊຶ່ງຍານວັຕຖຸ໑ ໔໔ ຢ່າງ
ແກ່ພວກເຈົ້າທັງຫຼາຍ.
ພວກເຈົ້າທັງຫຼາຍຈົ່ງຟັງຂໍ້ຄວາມນັ້ນ
ຈົ່ງເຮັດໃນໃຈໃຫ້ສຳເລັດປະໂຍຊນ໌,
ເຮົາຈັກກ່າວບັດນີ້.
ຄັນພິກຂຸທັງຫຼາຍເຫຼົ່ານັ້ນ ທູນຮັບສະໜອງພຣະພຸດທະດຳຣັດແລ້ວພຣະຜູ້ມີພຣະພາຄເຈົ້າໄດ້ຕຣັສຖ້ອຍຄວາມເຫຼົ່ານີ້ ວ່າ: -
໑. ຍານວັຕຖຸ ແປວ່າ ສິ່ງຊຶ່ງເປັນທີ່ກຳນົດພິຈາຣະນາຂອງຍານ ຍານກຳນົດພິ
ຈາຣະນາສິ່ງໃດ ສິ່ງນັ້ນເອີ້ນວ່າຍານວັຕຖຸ ສະເພາະໃນກໍລະນີນີ້
ໝາຍເຖິງອາການ ໔ ຢ່າງໆ ຂອງປະຕິຈຈະສະມຸບບາດແຕ່ລະອາການ
ຊຶ່ງມີຢູ່ ໑໑ ອາການ; ດັ່ງນັ້ນ ຈຶ່ງເອີ້ນວ່າ ຍານວັຕຖຸ ໔໔.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ !
ກໍ ຍານວັຕຖຸ ໔໔ ຢ່າງ ເປັນແນວໃດໜໍ ?
ຍານວັຕຖຸ ໔໔ ຢ່າງ ຄື : -
(ໝວດ ໑)
໑. ຍານ ຄື ຄວາມຮູ້ ໃນຊະຣາມໍຣະນະ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ;
(ໝວດ ໒)
໑. ຍານ ຄື ຄວາມຮູ້ ໃນຊາຕ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງຊາຕ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງຊາຕ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງຊາຕ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
(ໝວດ ໓)
໑. ຍານ ຄື ຄວາມຮູ້ ໃນພົບ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງພົບ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງພົບ;








