ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ກໍໂດຍສມັຍນັ້ນແລ ພິກຂຸທັງຫລາຍສົນທະນາກັນວ່າ ພຣະຜູ້ມີພຣະພາຄຊົງອະນຸຍາຕໃຫ້ປະຊຸມກັນໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌. ພິກຂຸເຫລົ່ານັ້ນຈຶ່ງປະຊຸມກັນໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌ ແລ້ວນັ່ງນິ້ງເສຍ. ຄົນທັງຫລາຍເຂົ້າໄປຫາພິກຂຸເຫລົ່ານັ້ນເພື່ອຟັງທັມ, ພວກເຂົາຕ່າງກໍເພັ່ງໂທິຕຽນ ຕຳນິວ່າ ເຫຕໃດພຣະສະມະນະເຊື້ອສາຍສາກະຍະບຸຕ ປະຊຸມກັນໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌ ຈຶ່ງໄດ້ນັ່ງນິ້ງເສຍເໝືອນໝູໃບ້ໜໍ(ມູຄະສູກະຣາ) ທຳນຽມພິກຂຸຜູ້ປະຊຸມກັນຄວນກ່າວທັມບໍ່ແມ່ນຫລື? ພິກຂຸທັງຫລາຍໄດ້ຍິນຄົນເຫລົ່ານັ້ນເພັ່ງໂທຳນິ ຕິຕຽນຢູ່ ຈຶ່ງກຣາບທູລເຣື່ອງນັ້ນແດ່ພຣະຜູ້ມີພຣະພາຄ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງກະທຳທັມມິກະຖາໃນເພາະເຫຕອັນເປັນເຄົ້າມູລນັ້ນ ໃນເພາະເຫຕແຣກເກີດນັ້ນ ແລ້ວ ຕຣັສສັ່ງກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ເຮົາອະນຸຍາຕໃຫ້ປະຊຸມກັນກ່າວທັມໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌.
ວິນັຍປິດົກ ມະຫາວັຄ ພາຄ ໑ ເຫລັ້ມ ໔/໑໖໖-໑໖໗/໑໔໗-໑໔໘








