ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ ເປັນເຫຕໃຫ້ອາຍຸສັ້ນ; ໕ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ບໍ່ກະທຳຄວາມສະບາຍແກ່ຕົນເອງ,
ບໍ່ຮູ້ຈັກປະມານໃນສິ່ງທີ່ສະບາຍ,
ບໍຣິໂພຄສິ່ງທີ່ຍ່ອຍຍາກ,
ເປັນຄົນທຸສີລ,
ເປັນຜູ້ມີມິຕຊົ່ວ,
ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ແລ ເປັນເຫຕໃຫ້ອາຍຸສັ້ນ.
ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ ເປັນເຫຕໃຫ້ອາຍຸຍືນ; ໕ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ທຳຄວາມສະບາຍແກ່ຕົນເອງ,
ຮູ້ຈັກປະມານໃນສິ່ງທີ່ສະບາຍ,
ບໍຣິໂພຄສິ່ງທີ່ຍ່ອຍງ່າຍ,
ເປັນຄົນມີສີລ,
ເປັນຜູ້ມີມິຕດີ,
ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ແລ ເປັນເຫຕໃຫ້ອາຍຸຍືນ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໓໑/໑໒໖
ພຣະເຈົ້າພິມພິສາຣກຣາບທູລພຣະຜູ້ມີພຣະພາຄຂໍໃຫ້ພິກຂຸທັງຫລາຍປະຊຸມກັນໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌
ໃນສມັຍນັ້ນ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພູເຂົາຄິຊຊະກູຕ ເຂຕພຣະນະຄອຣຣາຊະຄຶຫ໌. ຄັ້ງນັ້ນ ພວກປະຣິພາຊົກອັນຍະເດຍຣະຖີຍ໌ ເຖິງວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌ ຍ່ອມປະຊຸມກັນກ່າວທັມ. ຄົນທັງຫລາຍເຂົ້າໄປຫາປະຣິພາຊົກອັນຍະເດຍຣະຖີຍ໌ເຫລົ່ານັ້ນເພື່ອຟັງທັມ. ພວກເຂົາໄດ້ຄວາມຮັກ ໄດ້ຄວາມເຫລື້ອມໃສໃນພວກປະຣິພາຊົກອັນຍະເດຍຣະຖີຍ໌ ປະຣິພາຊົກອັນຍະເດຍຣະຖີຍ໌ຍ່ອມໄດ້ພັກພວກ.
ຄັ້ງນັ້ນ ພຣະເຈົ້າພິມພິສາຣຈອມເສນາມາຄະຣາຊ ສະເດັຈເຂົ້າໄປໃນທີ່ສງັດ ຫລີກເຣັ້ນຢູ່ ໄດ້ມີພຣະຣາຊະປະຣິວິຕົກແຫ່ງພຣະທັຍເກີດຂຶ້ນຢ່າງນີ້ວ່າ ດຽວນີ້ ເຖິງວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌ ພວກປະຣິພາຊົກອັນຍະເດຍຣະຖີຍ໌ຍ່ອມປະຊຸມກັນກ່າວທັມ. ຄົນທັງຫລາຍເຂົ້າໄປຫາປະຣິພາຊົກອັນຍະເດຍຣະຖີຍ໌ເຫລົ່ານັ້ນເພື່ອຟັງທັມ. ພວກເຂົາໄດ້ຄວາມຮັກ ໄດ້ຄວາມເຫລື້ອມໃສໃນພວກປະຣິພາຊົກອັນຍະເດຍຣະຖີຍ໌ ປະຣິພາຊົກອັນຍະເດຍຣະຖີຍ໌ຍ່ອມໄດ້ພັກພວກ. ສັນໃດໜໍ ພຣະຄຸນເຈົ້າທັງຫລາຍຈຶ່ງຈະປະຊຸມກັນໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌ດ້ວຍ ພຣະອົງຄ໌ຈຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ເມື່ອພຣະເຈົ້າພິມພິສາຣນັ່ງຮຽບຮ້ອຍແລ້ວ ໄດ້ທູລຂໍ້ປະຣິວິຕົກນັ້ນຕໍ່ພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຂົ້າໄປໃນທີ່ສງັດ ຫລີກເຣັ້ນຢູ່ໃນໝູ່ບ້ານນີ້ ໄດ້ມີຄວາມປະຣິວິຕົກແຫ່ງຈິຕເກີດຂຶ້ນຢ່າງນີ້ວ່າ ດຽວນີ້ ເຖິງວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌ ພວກປະຣິພາຊົກອັນຍະເດຍຣະຖີຍ໌ຍ່ອມປະຊຸມກັນກ່າວທັມ. ຄົນທັງຫລາຍເຂົ້າໄປຫາປະຣິພາຊົກອັນຍະເດຍຣະຖີຍ໌ເຫລົ່ານັ້ນເພື່ອຟັງທັມ. ພວກເຂົາໄດ້ຄວາມຮັກ ໄດ້ຄວາມເຫລື້ອມໃສໃນພວກປະຣິພາຊົກອັນຍະເດຍຣະຖີຍ໌ ປະຣິພາຊົກອັນຍະເດຍຣະຖີຍ໌ຍ່ອມໄດ້ພັກພວກ. ສັນໃດໜໍ ພຣະຄຸນເຈົ້າທັງຫລາຍຈຶ່ງຈະປະຊຸມກັນໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌ດ້ວຍ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຂໍປະທານພຣະວະໂຣກາສ ຂໍພຣະຄຸນເຈົ້າທັງຫລາຍໂປດປະຊຸມກັນໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌ດ້ວຍເຖີດ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ພຣະເຈົ້າພິມພິສາຣຈອມເສນາມາຄະຣາຊຊົງເຫັນແຈ້ງ ສະມາທານ ອາດຫານ ຣ່າເຣິງດ້ວຍທັມມິກະຖາ. ເມື່ອພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ພຣະອົງຄ໌ຊົງເຫັນແຈ້ງ ສະມາທານ ອາດຫານ ຣ່າເຣິງດ້ວຍທັມມິກະຖາແລ້ວ ພຣະເຈົ້າພິມພິສາຣຈອມເສນາມາຄະຣາຊກໍສະເດັຈລຸກຈາກທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄ ຊົງກະທຳປະທັກຂິນສະເດັຈກັບໄປ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງກະທຳທັມມິກະຖາໃນເພາະເຫຕອັນເປັນເຄົ້າມູລນັ້ນ ໃນເພາະເຫຕແຣກເກີດນັ້ນ ແລ້ວ ຕຣັສສັ່ງກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ເຮົາອະນຸຍາຕໃຫ້ປະຊຸມກັນໃນວັນ ໑໔ ຄ່ຳ, ໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌.








