ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ຜູ້ປະຕິບັຕຢ່າງໃດ ຈຶ່ງຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງຄວາມດຳຣິທີ່ເປັນອະກຸສົລ?
ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອບໍ່ໃຫ້ອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອໃຫ້ກຸສົລທັມທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງໝັ້ນ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູນ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ.
ດູກ່ອນຊ່າງໄມ້! ຜູ້ປະຕິບັຕຢ່າງນີ້ແລ ຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງຄວາມດຳຣິທີ່ເປັນອະກຸສົລ.
ກຸສົລສັງກັປປະ
ດູກ່ອນຊ່າງໄມ້! ກໍຄວາມດຳຣິທີ່ເປັນກຸສົລເປັນຢ່າງໃດ?
ດູກ່ອນຊ່າງໄມ້! ຄວາມດຳຣິໃນເນກຂັມມະ, ຄວາມດຳຣິໃນກາຣບໍ່ພະຍາບາທ, ຄວາມດຳຣິໃນກາຣບໍ່ບຽດບຽນ. ດູກ່ອນຊ່າງໄມ້ ເຫລົ່ານີ້ຮຽກວ່າ ຄວາມດຳຣິທີ່ເປັນກຸສົລ.
ດູກ່ອນຊ່າງໄມ້! ກໍຄວາມດຳຣິທີ່ເປັນກຸສົລເຫລົ່ານີ້ມີອັນໃດເປັນສະມຸຕຖານ?
ແມ່ນແຕ່ສະມຸຕຖານແຫ່ງຄວາມດຳຣິທີ່ເປັນກຸສົລເຫລົ່ານັ້ນ ເຮົາກໍກ່າວແລ້ວ ຄວນກ່າວວ່າ ມີສັນຍາເປັນສະມຸຕຖານ.
ສັນຍາເປັນຢ່າງໃດ?
ສັນຍາກໍມີຫລາຍ ຫລາຍຢ່າງ ມີປະກາຣຕ່າງໆ ສັນຍາໃດເປັນສັນຍາໃນເນກຂັມມະ ເປັນສັນຍາໃນກາຣບໍ່ພະຍາບາທ ເປັນສັນຍາໃນກາຣບໍ່ບຽດບຽນ. ຄວາມດຳຣິທີ່ເປັນກຸສົລມີສັນຍານີ້ເປັນສະມຸຕຖານ.
ດູກ່ອນຊ່າງໄມ້! ຄວາມດຳຣິທີ່ເປັນກຸສົລເຫລົ່ານີ້ດັບລົງໝົດສິ້ນໄປໃນທີ່ໃດ?
ແມ່ນແຕ່ຄວາມດັບແຫ່ງຄວາມດຳຣິທີ່ເປັນກຸສົລເຫລົ່ານັ້ນ ເຮົາກໍກ່າວແລ້ວ.
ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ເພາະວິຕົກວິຈາຣສງົບໄປ ມີປີຕິແລະສຸຂອັນເກີດແຕ່ສະມາທິຢູ່ ເຊິ່ງເປັນທີ່ດັບບໍ່ເຫລືອແຫ່ງຄວາມດຳຣິທີ່ເປັນກຸສົລ.
ຜູ້ປະຕິບັຕຢ່າງໃດ ຈຶ່ງຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງຄວາມດຳຣິທີ່ເປັນກຸສົລ?
ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອບໍ່ໃຫ້ອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອໃຫ້ກຸສົລທັມທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງໝັ້ນ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູນ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ.
ດູກ່ອນຊ່າງໄມ້! ຜູ້ປະຕິບັຕຢ່າງນີ້ແລ ຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງຄວາມດຳຣິທີ່ເປັນກຸສົລ.
ອະເສຂະທັມ ໑໐ ປະກາຣ
ດູກ່ອນຊ່າງໄມ້! ເຮົາບັນຍັຕບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣວ່າ ເປັນຜູ້ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ້ເຖິງພູມປະຕິບັຕອັນອຸດົມ ບໍ່ມີໃຜຊະນະໄດ້.
ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ເປັນຜູ້ປະກອບດ້ວຍສັມມາທິຕຖິອັນເປັນຂອງອະເສຂະ,
ເປັນຜູ້ປະກອບດ້ວຍສັມມາສັງກັປປະອັນເປັນຂອງອະເສຂະ,
ເປັນຜູ້ປະກອບດ້ວຍສັມມາວາຈາອັນເປັນຂອງອະເສຂະ,
ເປັນຜູ້ປະກອບດ້ວຍສັມມາກັມມັນຕະອັນເປັນຂອງອະເສຂະ,
ເປັນຜູ້ປະກອບດ້ວຍສັມມາອາຊີວະອັນເປັນຂອງອະເສຂະ,
ເປັນຜູ້ປະກອບດ້ວຍສັມມາວາຍາມະອັນເປັນຂອງອະເສຂະ,
ເປັນຜູ້ປະກອບດ້ວຍສັມມາສະຕິອັນເປັນຂອງອະເສຂະ,
ເປັນຜູ້ປະກອບດ້ວຍສັມມາສະມາທິອັນເປັນຂອງອະເສຂະ,
ເປັນຜູ້ປະກອບດ້ວຍສັມມາຍານະອັນເປັນຂອງອະເສຂະ,








