ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອອາສະວັກຂະຍະຍານ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣທ ນີ້ທຸກຂະນິໂຣທະຄາມິນີປະຕິປະທາ ເຫລົ່ານີ້ອາສະວະ ນີ້ເຫຕເກີດແຫ່ງອາສະວະ ນີ້ຄວາມດັບແຫ່ງອາສະວະ ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງອາສະວະ ເມື່ອເຂົານັ້ນຮູ້ເຫັນຢ່າງນີ້ແລ້ວ ຈິຕຍ່ອມຫລຸດພົ້ນຈາກກາມາສະວະ ຈາກພະວາສະວະ ຈາກອະວິຊຊາສະວະ ເມື່ອຈິຕຫລຸດພົ້ນແລ້ວ ກໍມີຍານຢັ່ງຮູ້ວ່າ ຫລຸດພົ້ນແລ້ວ ຍ່ອມຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ. ພຣາມນ໌ ປຽບເໝືອນສະນ້ຳເທິງຈອມພູໃສສະອາດບໍ່ຂຸ່ນມົວ ບຸຣຸສຜູ້ມີຈັກຂຸຢືນຢູ່ເທິງຂອບສະນ້ຳນັ້ນ ຍ່ອມເຫັນຫອຍໂຂ່ງແລະຫອຍກາບຕ່າງໆແດ່ ກ້ອນກວດແລະກ້ອນຫິນແດ່ ຝູງປາແດ່ ກຳລັງລອຍຢູ່ແດ່ ຢຸດຢູ່ແດ່ ໃນສະນ້ຳນັ້ນ ເຂົາຈະມີຄວາມຄິດຢ່າງນີ້ວ່າ ສະນ້ຳນີ້ ໃສສະອາດບໍ່ຂຸ່ນມົວ ມີຫອຍໂຂ່ງແລະຫອຍກາບຕ່າງໆແດ່ ກ້ອນກວດແລະກ້ອນຫິນແດ່ ຝູງປາແດ່ ກຳລັງລອຍຢູ່ແດ່ ກຳລັງຢຸດຢູ່ແດ່ ໃນສະນ້ຳນັ້ນ ດັ່ງນີ້ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອອາສະວັກຂະຍະຍານ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣທ ນີ້ທຸກຂະນິໂຣທະຄາມິນີປະຕິປະທາ ເຫລົ່ານີ້ອາສະວະ ນີ້ເຫຕເກີດແຫ່ງອາສະວະ ນີ້ຄວາມດັບແຫ່ງອາສະວະ ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງອາສະວະ ເມື່ອເຂົານັ້ນຮູ້ເຫັນຢ່າງນີ້ແລ້ວ ຈິຕຍ່ອມຫລຸດພົ້ນຈາກກາມາສະວະ ຈາກພະວາສະວະ ຈາກອະວິຊຊາສະວະ ເມື່ອຈິຕຫລຸດພົ້ນແລ້ວ ກໍມີຍານຢັ່ງຮູ້ວ່າ ຫລຸດພົ້ນແລ້ວ ຍ່ອມຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ. ພຣາມນ໌ ຂໍ້ນີ້ກໍເປັນປັນຍາຂອງເຂົາປະກາຣໜຶ່ງ.
ພຣາມນ໌! ນີ້ແລ ຄືປັນຍານັ້ນ.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ພຣາມນ໌ໂສນະທັນດະໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ ຂ້າແຕ່ທ່ານພຣະໂຄຕະມະຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ທ່ານພຣະໂຄຕະມະຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະໂຄຕະມະຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງພຣະໂຄຕະມະ ພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍພຣະໂຄຕະມະໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ ແລະຂໍພຣະໂຄຕະມະຜູ້ຈະເຣີນຊົງຮັບພັຕຕາຫາຣຂອງຂ້ານ້ອຍເພື່ອສເວີຍໃນມື້ອື່ນພ້ອມດ້ວຍພິກຂຸສົງຄ໌ ພຣະຜູ້ມີພຣະພາຄຊົງຮັບດ້ວຍດຸສນີພາບແລ້ວ. ລຳດັບນັ້ນ ພຣາມນ໌ໂສນະທັນດະຊາບວ່າ ພຣະຜູ້ມີພຣະພາຄຊົງຮັບນິມົນແລ້ວ ລຸກຈາກອາສະນະ ຖວາຍອະພິວາທ ກະທຳປະທັກຂິນແລ້ວກັບໄປ.
ຄັນລ່ວງຣາຕຣີນັ້ນແລ້ວ ພຣາມນ໌ໂສນະທັນດະໃຫ້ຕົກແຕ່ງຂອງຄ້ຽວຂອງສັນອັນປະນີຕໃນນິເວສຂອງຕົນ ສຳເຣັຈແລ້ວ ໃຫ້ຄົນໄປກຣາບທູລພັຕຕະກາລແດ່ພຣະຜູ້ມີພຣະພາຄວ່າ ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ ເຖິງເວລາແລ້ວ ພັຕຕາຫາຣສຳເຣັຈແລ້ວ.
ຄັ້ງນັ້ນ ເປັນເວລາເຊົ້າ ພຣະຜູ້ມີພຣະພາຄຊົງນຸ່ງແລ້ວ ຊົງຖືບາຕແລະຈີວອຣ ສະເດັຈໄປຍັງນິເວສຂອງໂສນະທັນດະ ພຣາມນ໌ ພ້ອມດ້ວຍພິກຂຸສົງຄ໌ ແລ້ວປະທັບນັ່ງເທິງອາສະນະທີ່ເຂົາຈັດໄວ້ ພຣາມນ໌ໂສນະທັນດະໄດ້ຖວາຍພິກຂຸສົງຄ໌ມີພຣະພຸທທະເຈົ້າເປັນປະມຸຂ ດ້ວຍຂອງຄ້ຽວຂອງສັນອັນປະນີຕໃຫ້ອິ່ມໜຳດ້ວຍມືຂອງຕົນສຳເຣັຈແລ້ວ.








