ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອຈຸຕູປະປາຕະຍານ ເຂົາຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ ດັ່ງນີ້. ເຂົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້. ພຣາມນ໌ ປຽບເໝືອນປາສາທຕັ້ງຢູ່ທີ່ທາງສາມແຍກ ໃຈກາງພຣະນະຄອຣ ບຸຣຸສຜູ້ມີຈັກຂຸຢືນຢູ່ເທິງປາສາທນັ້ນ ຈະເຫັນໝູ່ຊົນກຳລັງເຂົ້າໄປສູ່ເຮືອນແດ່ ກຳລັງອອກຈາກເຮືອນແດ່ ກຳລັງສັນຈອຣເປັນແຖວຢູ່ໃນຖະ ໜົນແດ່ ນັ່ງຢູ່ທີ່ທາງສາມແຍກ ໃຈກາງພຣະນະຄອຣແດ່ ເຂົາຈະຮູ້ວ່າ ຄົນເຫລົ່ານີ້ເຂົ້າໄປສູ່ເຮືອນ ເຫລົ່ານີ້ອອກຈາກເຮືອນ ເຫລົ່ານີ້ສັນຈອຣເປັນແຖວຢູ່ໃນຖະໜົນ ເຫລົ່ານີ້ນັ່ງຢູ່ທີ່ທາງສາມແຍກໃຈກາງພຣະນະຄອຣ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອຈຸຕູປະປາຕະຍານ ເຂົາຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ ດັ່ງນີ້. ເຂົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້. ພຣາມນ໌ ຂໍ້ນີ້ກໍເປັນປັນຍາຂອງເຂົາປະກາຣໜຶ່ງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ