ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພວກພຣາມນ໌ກ່າວວ່າ ຢ່າເລີຍທ່ານໂສນະທັນດະ ທ່ານບໍ່ຄວນເຂົ້າໄປເຝົ້າສະມະນະໂຄຕະມະ. ຖ້າທ່ານໄປ ທ່ານຈະເສຍກຽດຕິຍົສ ກຽດຕິຍົສຂອງພຣະສະມະນະໂຄຕະມະຈັກຮຸ່ງເຮືອງດ້ວຍເຫຕນີ້ແຫລະ ທ່ານຈຶ່ງບໍ່ຄວນໄປ ພຣະສະມະນະໂຄຕະມະຕ່າງຫາກຄວນຈະສະເດັຈມາຫາທ່ານ. ອີກຢ່າງໜຶ່ງ ທ່ານເປັນອຸພະໂຕສຸຊາຕທັງຝ່າຍມາຣດາແລະບິດາ ມີຄັນເປັນທີ່ຖືປະຕິສົນທິບໍຣິສຸທຕລອດ ໗ ຊົ່ວບັນພະບຸຣຸສ ບໍ່ມີໃຜຈະຄັດຄ້ານຕິຕຽນໄດ້ດ້ວຍອ້າງເຖິງຊາຕ ເພາະເຫຕນີ້ ທ່ານຈຶ່ງບໍ່ຄວນໄປເຝົ້າພຣະສະມະນະໂຄຕະມະ ພຣະສະມະນະໂຄຕະມະຕ່າງຫາກຄວນຈະສະເດັຈມາຫາທ່ານ.
ອີກຢ່າງໜຶ່ງ ທ່ານເປັນຄົນຮັ່ງມີ ມີຊັພຍ໌ຫລາຍ ມີໂພຄະສົມບັຕຫລາຍ...
ອີກຢ່າງໜຶ່ງ ທ່ານເປັນຜູ້ເລົ່າຮຽນ ຊົງຈຳມົນຕ໌ ຮູ້ຈົບໄຕຣເພທ ພ້ອມທັງຄັມພີຣ໌ນິຄັນທຸ ຄັມພີຣ໌ເກຕຸພະ ພ້ອມທັງປະເພດອັກສອຣມີຄັມພີຣ໌ອິຕິຫາສເປັນທີ ໕ ເປັນຜູ້ເຂົ້າໃຈຕົວບົທ ເປັນຜູ້ເຂົ້າໃຈໄວຍາກອນ ຊຳນານໃນຄັມພີໂລກາຍະຕະ ແລະມະຫາປຸຣິສະລັກສະນະ...
ອີກຢ່າງໜຶ່ງ ທ່ານເປັນຜູ້ມີຣູປງາມ ໜ້າເບິ່ງໜ້າເຫລື້ອມໃສ ປະກອບດ້ວຍຜິວພັນຜຸດຜ່ອງຢ່າງຍິ່ງ ມີຜິວພັນຄ້າຍພຣົມ ມີຮູບຮ່າງຄ້າຍພຣົມ ໜ້າເບິ່ງໜ້າຊົມບໍ່ນ້ອຍ...
ອີກຢ່າງໜຶ່ງ ທ່ານເປັນຜູ້ມີສີລ ມີສີລຢັ້ງຢືນ ປະກອບດ້ວຍສີລຢັ້ງຢືນ...
ອີກຢ່າງໜຶ່ງ ທ່ານເປັນຜູ້ມີວາຈາມ່ວນ ມີສຳນຽງມ່ວນ ປະກອບດ້ວຍວາຈາຂອງຊາວເມືອງງົດງາມຫາໂທສບໍ່ໄດ້ ໃຫ້ຜູ້ຟັງເຂົ້າໃຈເນື້ອຄວາມໄດ້ຢ່າງແຈ່ມແຈ້ງ...
ອີກຢ່າງໜຶ່ງ ທ່ານເປັນອາຈາຣຍ໌ແລະປາຈາຣຍ໌ຂອງຊົນທັງຫລາຍ ສອນມົນຕ໌ມານົພເຖິງ ໓໐໐ ຄົນ ມານົພຈຳນວນຫລາຍ ຕ່າງທິ່າງຊົນບົທຜູ້ຕ້ອງກາຣມົນຕ໌ ໃຄ່ຈະຮຽນມົນຕ໌ໃນສຳນັກຂອງທ່ານ ພາກັນມາ...
ອີກຢ່າງໜຶ່ງ ທ່ານເປັນຄົນແກ່ເຖົ້າ ເປັນຜູ້ໃຫຍ່ ລ່ວງກາລຜ່ານວັຍມາໂດຍລຳດັບ ສ່ວນພຣະສະມະນະໂຄຕະມະເປັນຄົນໜຸ່ມ ແລະບວຊແຕ່ຍັງໜຸ່ມ...
ອີກຢ່າງໜຶ່ງ ທ່ານເປັນຜູ້ອັນພຣະເຈົ້າພິມພິສາຣຈອມເສນາມະຄົທ ຊົງສັກກາຣະ ເຄົາຣົພ ນັບຖື ບູຊາ ນອບນ້ອມ...
ອີກຢ່າງໜຶ່ງ ທ່ານເປັນຜູ້ອັນພຣາມນ໌ໂປກຂະຣະສາຕິສັກກາຣະ ເຄົາຣົພ ນັບຖື ບູຊາ ນອບນ້ອມ...
ອີກຢ່າງໜຶ່ງ ທ່ານຄອງນະຄອຣຈັມປາ ເຊິ່ງຄັບຄັ່ງດ້ວຍປະຊາຊົນແລະໝູ່ສັຕ ອຸດົມດ້ວຍຫຍ້າ ດ້ວຍໄມ້ ດ້ວຍນ້ຳ ສົມບູນດ້ວຍທັນຍາຫາຣ ເຊິ່ງເປັນຣາຊະສົມບັຕຂອງພຣະເຈົ້າພິມພິສາຣຈອມເສນາມະຄະຣາຊ ພຣະຣາຊະທານປູນບຳເໜັຈໃຫ້ເປັນສ່ວນພຣົມໄທຍ. ເພາະເຫຕນີ້ ທ່ານຈຶ່ງບໍ່ຄວນໄປເຝົ້າພຣະສະມະນະໂຄຕະມະ ພຣະສະມະນະໂຄຕະມະຕ່າງຫາກຄວນຈະສະເດັຈມາຫາທ່ານ ດັ່ງນີ້.
ເມື່ອພວກພຣາມນ໌ກ່າວຢ່າງນີ້ແລ້ວ ພຣາມນ໌ໂສນະທັນດະໄດ້ກ່າວວ່າ ທ່ານທັງຫລາຍ ຖ້າຢ່າງນັ້ນ ຂໍພວກທ່ານຈົ່ງຟັງຂ້າພະເຈົ້າດ້ວຍ ເຮົານີ້ແຫລະຄວນໄປເຝົ້າທ່ານພຣະໂຄຕະມະ ພຣະອົງຄ໌ນັ້ນ ທ່ານພຣະໂຄຕະມະບໍ່ຄວນຈະສະເດັຈມາຫາ ໄດ້ຍິນວ່າ ພຣະສະມະນະໂຄຕະມະເປັນອຸພະໂຕສຸຊາຕທັງຝ່າຍມາຣດາແລະບິດາ ແລະມີພຣະຄັນພ໌ເປັນທີ່ຊົງຖືປະຕິສົນທິບໍຣິສຸທຕລອດ ໗ ຊົ່ວບັນພະບຸຣຸສ ບໍ່ມີໃຜຈະຄັດຄ້ານຕິຕຽນໄດ້ດ້ວຍອ້າງເຖິງພຣະຊາຕ ເພາະເຫຕນີ້ແຫລະ ທ່ານພຣະໂຄຕະມະຈຶ່ງບໍ່ຄວນສະເດັຈມາຫາເຮົາ ທີ່ຖືກຕ້ອງ ເຮົານີ້ແຫລະຄວນເຂົ້າໄປເຝົ້າທ່ານພຣະໂຄຕະມະ.
ໄດ້ຍິນວ່າ ພຣະສະມະນະໂຄຕະມະຊົງລະພຣະຍາຕໝູ່ໃຫຍ່ຊົງອອກຜນວຊ...
ຊົງສະລະເງິນຄຳເປັນອັນມາກ ທັງທີ່ຢູ່ໃນພື້ນດິນ ທັງທີ່ຢູ່ໃນອາກາສ ຊົງອອກຜນວຊ...
ພຣະສະມະນະໂຄຕະມະກຳລັງໜຸ່ມແໜ້ນ ມີພຣະເກສາດຳສະໜິດ ຊົງພຣະຈະເຣີນດ້ວຍປະຖົມວັຍ ສະເດັຈອອກຜນວຊເປັນບັນພະຊິຕ...
ເມື່ອພຣະມາຣດາແລະພຣະບິດາບໍ່ຊົງປາຖນາໃຫ້ຊົງຜນວຊ ມີພຣະພັກນອງດ້ວຍນ້ຳພຣະເນຕ ຊົງກັນແສງຢູ່ ພຣະສະມະນະໂຄຕະມະຊົງປົງພຣະເກສາແລະພຣະມັສສຸ ຊົງຄອງຜ້າກາສາວະພັສສະເດັຈອອກຜນວຊເປັນບັນພະຊິຕ...
ພຣະສະມະນະໂຄຕະມະເປັນຜູ້ມີຮູບງາມ ໜ້າເບິ່ງ ໜ້າເຫລື້ອມໃສ ປະກອບດ້ວຍພຣະສະວີວັນຜຸດຜ່ອງຢ່າງຍິ່ງ ມີພຣະວັນນະຄ້າຍພຣົມ ມີພຣະຮູບຄ້າຍພຣົມ ໜ້າເບິ່ງ ໜ້າຊົມບໍ່ນ້ອຍ...
ພຣະສະມະນະໂຄຕະມະເປັນຜູ້ມີສີລ ມີສີລປະເສີດ ມີສີລເປັນກຸສົລ ປະກອບດ້ວຍສີລອັນເປັນກຸສົລ...








