ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ສມັຍນັ້ນ ພຣາມນ໌ໂສນະທັນດະຄອງນະຄອຣຈັມປາ ເຊິ່ງຄັບຄັ່ງດ້ວຍປະຊາຊົນແລະໝູ່ສັຕ ອຸດົມດ້ວຍຫຍ້າ ດ້ວຍໄມ້ ດ້ວຍນ້ຳ ສົມບູນດ້ວຍທັນຍາຫາຣ ເຊິ່ງເປັນຣາຊະສົມບັຕຂອງພຣະເຈົ້າພິມພິສາຣຈອມເສນາມະຄະຣາຊ ພຣະຣາຊະທານປູນບຳເໜັຈໃຫ້ເປັນສ່ວນພຣົມໄທຍ. ພຣາມນ໌ແລະຄະຫະບໍດີຊາວນະຄອຣຈັມປາໄດ້ສະດັບຂ່າວວ່າ ພຣະສະມະນະໂຄຕະມະສາກະຍະບຸຕຊົງຜນວຊຈາກສາກະຍະຕະກຸນ ສະເດັຈຈາຣິກໄປໃນອັງຄະຊົນບົທ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ປະມານ ໕໐໐ ອົງຄ໌ ສະເດັຈເຖິງນະຄອຣຈັມປາ ປະທັບຢູ່ໃກ້ຂອບສະໂບກຂະຣະນີຄັຄຄຣາ ໃນນະຄອຣຈັມປາ. ກິຕຕິສັທອັນງາມຂອງທ່ານພຣະໂຄຕະມະພຣະອົງຄ໌ນັ້ນຂະຈອຣໄປແລ້ວຢ່າງນີ້ວ່າ ເພາະເຫຕນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ, ພຣະອົງຄ໌ຊົງທຳໂລກນີ້ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃຫ້ແຈ້ງຊັດດ້ວຍພຣະປັນຍາອັນຍິ່ງຂອງພຣະອົງຄ໌ເອງແລ້ວ ຊົງສອນໝູ່ສັຕພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສໃຫ້ຮູ້ຕາມ ຊົງສະແດງທັມງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ຊົງປະກາສພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ ກໍກາຣເຫັນພຣະອະຣະຫັນຕ໌ທັງຫລາຍເຫັນປານນັ້ນ ເປັນກາຣດີແລ ດັ່ງນີ້. ຄັ້ງນັ້ນ ພຣາມນ໌ແລະຄະຫະບໍດີຊາວນະຄອຣຈັມປາ ອອກຈາກນະຄອຣຈັມປາ ລວມກັນເປັນໝູ່ໆ ພາກັນໄປຍັງສະໂບກຂະຣະນີຄັຄຄຣາ.

ສມັຍນັ້ນ ພຣາມນ໌ໂສນະທັນດະພັກຜ່ອນທ່ຽງວັນຢູ່ທີ່ປາສາທຊັ້ນເທິງ ໄດ້ເຫັນພຣາມນ໌ແລະຄະຫະບໍດີຊາວນະຄອຣຈັມປາ ອອກຈາກນະຄອຣຈັມປາ ລວມກັນເປັນໝູ່ໆ ພາກັນໄປຍັງສະໂບກຂະຣະນີຄັຄຄຣາ ຈຶ່ງຮຽກນັກກາຣມາຖາມວ່າ ທ່ານນັກກາຣ(ໂພ ຂັຕເຕ) ພຣາມນ໌ແລະຄະຫະບໍດີຊາວນະຄອຣຈັມປາອອກຈາກນະຄອຣຈັມປາ ລວມກັນເປັນໝູ່ໆ ພາກັນໄປຍັງສະໂບກຂະຣະນີກັນເຮັດຫຍັງ?

ມີເຣື່ອງຢູ່ ທ່ານຜູ້ຈະເຣີນ! ພຣະສະມະນະໂຄຕະມະສາກະຍະຊົງຜນວຊຈາກສາກະຍະຕະກຸນ ສະເດັຈຈາຣິກໄປໃນອັງຄະຊົນບົທ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ປະມານ ໕໐໐ ອົງຄ໌ ສະເດັຈເຖິງນະຄອຣຈັມປາ ປະທັບຢູ່ໃກ້ຂອບສະໂບກຂະຣະນີຄັຄຄຣາ ໃນນະຄອຣຈັມປາ. ກິຕຕິສັທອັນງາມຂອງທ່ານພຣະໂຄຕະມະພຣະອົງຄ໌ນັ້ນຂະຈອຣໄປແລ້ວຢ່າງນີ້ວ່າ ເພາະເຫຕນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ, ພຣາມນ໌ແລະຄະຫະບໍດີເຫລົ່ານັ້ນພາກັນໄປເຝົ້າທ່ານພຣະໂຄຕະມະພຣະອົງຄ໌ນັ້ນ.

ທ່ານນັກກາຣ! ຖ້າເຊັ່ນນັ້ນ ທ່ານຈົ່ງໄປຫາເຂົາ ແລ້ວບອກເຂົາຢ່າງນີ້ວ່າ ທ່ານທັງຫລາຍຈົ່ງລໍກ່ອນ ທ່ານພຣາມນ໌ໂສນະທັນດະຈະເຂົ້າໄປເຝົ້າພຣະສະມະນະໂຄຕະມະດ້ວຍ.

ນັກກາຣຮັບຄຳແລ້ວ ເຂົ້າໄປຫາພຣາມນ໌ແລະຄະຫະບໍດີຊາວນະຄອຣຈັມປາ ແລ້ວບອກຕາມຄຳສັ່ງວ່າ ທ່ານທັງຫລາຍ ພຣາມນ໌ໂສນະທັນດະສັ່ງວ່າ ຂໍທ່ານທັງຫລາຍຈົ່ງລໍກ່ອນ ທ່ານພຣາມນ໌ໂສນະທັນດະຈະໄປເຝົ້າດ້ວຍ.

ສມັຍນັ້ນ ພວກພຣາມນ໌ຕ່າງເມືອງປະມານ ໕໐໐ ຄົນ ມາພັກຢູ່ໃນນະຄອຣຈັມປາດ້ວຍກະຣະນີຍະກິຈບາງຢ່າງ ເຂົາໄດ້ຊາບວ່າ ພຣາມນ໌ໂສນະທັນດະຈະໄປເຝົ້າພຣະສະມະນະໂຄຕະມະ ຈຶ່ງພາກັນເຂົ້າໄປຫາແລ້ວຖາມວ່າ ໄດ້ຊາບວ່າ ທ່ານຈະໄປເຝົ້າພຣະສະມະນະໂຄຕະມະຈິງຫລື?

ພຣາມນ໌ໂສນະທັນດະຕອບວ່າ ເຮົາຄິດວ່າຈະໄປ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ