ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸທັງຫລາຍ! ພິກຂຸຜູ້ເຖິງພ້ອມດ້ວຍສີລ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກຈະເຣີນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຈັກກະທຳໃຫ້ຫລາຍເຊິ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘.

ພິກຂຸທັງຫລາຍ! ພິກຂຸຜູ້ເຖິງພ້ອມດ້ວຍສີລ ຈັກຈະເຣີນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຈັກກະທຳໃຫ້ຫລາຍເຊິ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສັມມາທິຕຖິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສັມມາສັງກັປປະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສັມມາວາຈາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສັມມາກັມມັນຕະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສັມມາອາຊີວະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສັມມາວາຍາມະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສັມມາສະຕິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສັມມາສະມາທິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໐/໑໓໑

ອາສັຍສີລ ຕັ້ງຢູ່ໃນສີລແລ້ວ

ຈຶ່ງຈະເຣີນສັມມັປປະທານ ໔

ພິກຂຸທັງຫລາຍ! ກາຣງານທີ່ຈະກະທຳດ້ວຍກຳລັງຢ່າງໃດຢ່າງໜຶ່ງ ອັນບຸຄຄົລກະທຳຢູ່ ກາຣງານທີ່ຈະກະທຳດ້ວຍກຳລັງທັງໝົດນັ້ນ ບຸຄຄົລອາສັຍແຜ່ນດິນ ດຳຣົງຢູ່ເທິງແຜ່ນດິນ ຈຶ່ງກະທຳໄດ້ຢ່າງນັ້ນ ສັນໃດ;

ພິກຂຸທັງຫລາຍ! ພິກຂຸອາສັຍສີລ ຕັ້ງຢູ່ໃນສີລແລ້ວ ຈຶ່ງຈະເຣີນສັມມັປປະທານ ໔ ກະທຳໃຫ້ຫລາຍເຊິ່ງສັມມັປປະທານ ໔ ສັນນັ້ນເໝືອນກັນ.

ພິກຂຸທັງຫລາຍ! ກໍພິກຂຸອາສັຍສີລ ຕັ້ງຢູ່ໃນສີລແລ້ວ ຈຶ່ງຈະເຣີນສັມມັປປະທານ ໔ ກະທຳໃຫ້ຫລາຍເຊິ່ງສັມມັປປະທານ ໔ ຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອບໍ່ໃຫ້ອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ,

ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ,

ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອໃຫ້ກຸສົລທັມທັງຫລາຍທີ່ຍັງບໍ່ເກີດ ເກີດຂຶ້ນ,

ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູນ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ.

ພິກຂຸທັງຫລາຍ! ພິກຂຸອາສັຍສີລ ຕັ້ງຢູ່ໃນສີລແລ້ວ ຈຶ່ງຈະເຣີນສັມມັປປະທານ ໔ ກະທຳໃຫ້ຫລາຍເຊິ່ງສັມມັປປະທານ ໔ ຢ່າງນີ້ແລ.

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໒໖໔/໑໐໙໓-໑໐໙໔

ສີລຍ່ອມຊຳຣະປັນຍາໃຫ້ບໍຣິສຸທ

ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈຈາຣິກໄປໃນອັງຄະຊົນບົທ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ປະມານ ໕໐໐ ອົງຄ໌ ສະເດັຈເຖິງນະຄອຣຈັມປາ ໄດ້ຍິນວ່າ ສມັຍນັ້ນ ພຣະອົງຄ໌ປະທັບຢູ່ໃກ້ຂອບສະໂບກຂະຣະນີຄັຄຄຣາ ໃນນະຄອຣຈັມປາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ