ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ. ຄັ້ງນັ້ນແລ ພິກຂຸອົງຄ໌ໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄ ວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫຕ ເປັນປັຈຈັຍໃຫ້ນາຄທີ່ເປັນອັນດະຊະບາງພວກໃນໂລກນີ້ ຮັກສາອຸໂປສົຖແລະສະລະກາຍໄດ້?

ພຣະຜູ້ມີພຣະພາຄຕຣັສຕອບວ່າ:

ດູກ່ອນພິກຂຸ! ນາຄບາງພວກທີ່ເປັນອັນດະຊະໃນໂລກນີ້ ມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນພວກເຮົາເປັນຜູ້ກະທຳກັມທັງສອງດ້ວຍກາຍ, ກະທຳກັມທັງສອງດ້ວຍວາຈາ, ກະທຳກັມທັງສອງດ້ວຍໃຈ, ເມື່ອພວກເຮົາກະທຳກັມທັງສອງດ້ວຍກາຍ, ກະທຳກັມທັງສອງດ້ວຍວາຈາ, ກະທຳກັມທັງສອງດ້ວຍໃຈ, ເມື່ອແຕກກາຍຕາຍໄປ ຈຶ່ງເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄທີ່ເປັນອັນດະຊະ ຖ້າວັນນີ້ພວກເຮົາປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕ ເມື່ອເປັນຢ່າງນີ້ ເມື່ອແຕກກາຍຕາຍໄປ ພວກເຮົາຈະເຂົ້າເຖິງສຸຄະຕິໂລກສວັນ. ເຊີນພວກເຮົາມາປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕເສຍເຖີດໃນບັດນີ້.

ດູກ່ອນພິກຂຸ! ຂໍ້ນີ້ແລ ເປັນເຫຕ ເປັນປັຈຈັຍໃຫ້ນາຄທີ່ເປັນອັນດະຊະບາງພວກໃນໂລກນີ້ ຮັກສາອຸໂປສົຖແລະສະລະກາຍໄດ້.

ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໗໐-໒໗໑/໕໒໑

ເຫຕປັຈຈັຍທີ່ເຮັດໃຫ້ນາຄທີ່ເປັນຊະລາພຸຊະບາງພວກຮັກສາອຸໂປສົຖ

ທີ່ພຣະນະຄອຣສາວັຕຖີ. ຄັ້ງນັ້ນແລ ພິກຂຸອົງຄ໌ໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫຕ ເປັນປັຈຈັຍໃຫ້ນາຄທີ່ເປັນຊະລາພຸຊະບາງພວກໃນໂລກນີ້ ຮັກສາອຸໂປສົຖແລະສະລະກາຍໄດ້?

ພຣະຜູ້ມີພຣະພາຄຕຣັສຕອບວ່າ:

ດູກ່ອນພິກຂຸ! ນາຄບາງພວກທີ່ເປັນຊະລາພຸຊະໃນໂລກນີ້ ມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນພວກເຮົາເປັນຜູ້ກະທຳກັມທັງສອງດ້ວຍກາຍ, ກະທຳກັມທັງສອງດ້ວຍວາຈາ, ກະທຳກັມທັງສອງດ້ວຍໃຈ, ເມື່ອພວກເຮົາກະທຳກັມທັງສອງດ້ວຍກາຍ, ກະທຳກັມທັງສອງດ້ວຍວາຈາ, ກະທຳກັມທັງສອງດ້ວຍໃຈ, ເມື່ອແຕກກາຍຕາຍໄປ ຈຶ່ງເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄທີ່ເປັນຊະລາພຸຊະ ຖ້າວັນນີ້ພວກເຮົາປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕ ເມື່ອເປັນຢ່າງນີ້ ເມື່ອແຕກກາຍຕາຍໄປ ພວກເຮົາຈະເຂົ້າເຖິງສຸຄະຕິໂລກສວັນ. ເຊີນພວກເຮົາມາປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕເສຍເຖີດໃນບັດນີ້.

ດູກ່ອນພິກຂຸ! ຂໍ້ນີ້ແລ ເປັນເຫຕ ເປັນປັຈຈັຍໃຫ້ນາຄທີ່ເປັນຊະລາພຸຊະບາງພວກໃນໂລກນີ້ ຮັກສາອຸໂປສົຖແລະສະລະກາຍໄດ້.

ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໗໑/໕໒໒

ເຫຕປັຈຈັຍທີ່ເຮັດໃຫ້ນາຄທີ່ເປັນສັງເສທະຊະບາງພວກຮັກສາອຸໂປສົຖ

ທີ່ພຣະນະຄອຣສາວັຕຖີ. ພິກຂຸອົງຄ໌ນັ້ນນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫຕ ເປັນປັຈຈັຍໃຫ້ນາຄທີ່ເປັນສັງເສທະຊະບາງພວກໃນໂລກນີ້ ຮັກສາອຸໂປສົຖແລະສະລະກາຍໄດ້?

ພຣະຜູ້ມີພຣະພາຄຕຣັສຕອບວ່າ:

ດູກ່ອນພິກຂຸ! ນາຄບາງພວກທີ່ເປັນສັງເສທະຊະໃນໂລກນີ້ ມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນພວກເຮົາເປັນຜູ້ກະທຳກັມທັງສອງດ້ວຍກາຍ, ກະທຳກັມທັງສອງດ້ວຍວາຈາ, ກະທຳກັມທັງສອງດ້ວຍໃຈ, ເມື່ອພວກເຮົາກະທຳກັມທັງສອງດ້ວຍກາຍ, ກະທຳກັມທັງສອງດ້ວຍວາຈາ, ກະທຳກັມທັງສອງດ້ວຍໃຈ, ເມື່ອແຕກກາຍຕາຍໄປ ຈຶ່ງເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄທີ່ເປັນສັງເສທະຊະ ຖ້າວັນນີ້ພວກເຮົາປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕ ເມື່ອເປັນຢ່າງນີ້ ເມື່ອແຕກກາຍຕາຍໄປ ພວກເຮົາຈະເຂົ້າເຖິງສຸຄະຕິໂລກສວັນ. ເຊີນພວກເຮົາມາປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕເສຍເຖີດໃນບັດນີ້.

ດູກ່ອນພິກຂຸ! ຂໍ້ນີ້ແລ ເປັນເຫຕ ເປັນປັຈຈັຍໃຫ້ນາຄທີ່ເປັນສັງເສທະຊະບາງພວກໃນໂລກນີ້ ຮັກສາອຸໂປສົຖແລະສະລະກາຍໄດ້.

ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໗໑/໕໒໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ