ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ກ່າວສັນລະເສີນກາຣງົດເວັ້ນຈາກກາຣຂ້າສັຕ.

ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌,

ຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣລັກຊັພຍ໌,

ພໍໃຈໃນກາຣງົດເວັ້ນຈາກກາຣລັກຊັພຍ໌,

ກ່າວສັນລະເສີນກາຣງົດເວັ້ນຈາກກາຣລັກຊັພຍ໌.

ເປັນຜູ້ງົດເວັ້ນຈາກກາຣປະພຶດຜິດໃນກາມທັງຫລາຍ,

ຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣປະພຶດຜິດໃນກາມທັງຫລາຍ,

ພໍໃຈໃນກາຣງົດເວັ້ນຈາກກາຣປະພຶດຜິດໃນກາມທັງຫລາຍ,

ກ່າວສັນລະເສີນກາຣງົດເວັ້ນຈາກກາຣປະພຶດຜິດໃນກາມທັງຫລາຍ.

ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ,

ຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຕົວະ,

ພໍໃຈໃນກາຣງົດເວັ້ນຈາກກາຣເວົ້າຕົວະ,

ກ່າວສັນລະເສີນກາຣງົດເວັ້ນຈາກກາຣເວົ້າຕົວະ.

ເປັນຜູ້ງົດເວັ້ນຈາກກາຣເວົ້າສໍ່ສຽດ,

ຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າສໍ່ສຽດ,

ພໍໃຈໃນກາຣງົດເວັ້ນຈາກກາຣເວົ້າສໍ່ສຽດ,

ກ່າວສັນລະເສີນກາຣງົດເວັ້ນຈາກກາຣເວົ້າສໍ່ສຽດ.

ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳຫຍາບ,

ຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຄຳຫຍາບ,

ພໍໃຈໃນກາຣງົດເວັ້ນຈາກກາຣເວົ້າຄຳຫຍາບ,

ກ່າວສັນລະເສີນກາຣງົດເວັ້ນຈາກກາຣເວົ້າຄຳຫຍາບ.

ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະ,

ຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະ,

ພໍໃຈໃນກາຣງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະ,

ກ່າວສັນລະເສີນກາຣງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະ.

ເປັນຜູ້ບໍ່ຢາກໄດ້ຂອງຜູ້ອື່ນ,

ຊັກຊວນຜູ້ອື່ນໃນກາຣບໍ່ຢາກໄດ້ຂອງຜູ້ອື່ນ,

ພໍໃຈໃນກາຣບໍ່ຢາກໄດ້ຂອງຜູ້ອື່ນ,

ກ່າວສັນລະເສີນກາຣບໍ່ຢາກໄດ້ຂອງຜູ້ອື່ນ.

ເປັນຜູ້ມີຈິຕບໍ່ພະຍາບາທ,

ຊັກຊວນຜູ້ອື່ນໃນກາຣມີຈິຕບໍ່ພະຍາບາທ,

ພໍໃຈໃນກາຣມີຈິຕບໍ່ພະຍາບາທ,

ກ່າວສັນລະເສີນກາຣມີຈິຕບໍ່ພະຍາບາທ.

ເປັນຜູ້ມີຄວາມເຫັນຊອບ,

ຊັກຊວນຜູ້ອື່ນໃນຄວາມເຫັນຊອບ,

ພໍໃຈໃນຄວາມເຫັນຊອບ,

ກ່າວສັນລະເສີນຄວາມເຫັນຊອບ.

ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໔໐ ປະກາຣນີ້ແລ ຍ່ອມເປັນຜູ້ຖືກເຊີນມາໃນສວັນ ເໝືອນສິ່ງຂອງທີ່ເຂົານຳມາປະດິດສະຖານໄວ້.

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໗໙/໒໐໑

ຄວາມທຸກຂ໌ຍ່ອມບໍ່ເປັນທີ່ຮັກຂອງເຮົາ

ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງຜູ້ອື່ນເໝືອນກັນ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ກໍສມັຍນັ້ນ ເດັກນ້ອຍຈຳນວນຫລາຍພາກັນຈັບປາຢູ່ໃນລະຫວ່າງພຣະນະຄອຣສາວັຕຖີກັບພຣະວິຫາຣເຊຕະວັນ.

ຄັ້ງນັ້ນເປັນເວລາເຊົ້າ ພຣະຜູ້ມີພຣະພາຄຊົງອັນຕະຣະວາສົກແລ້ວ ຊົງຖືບາຕແລະຈີວອຣສະເດັຈເຂົ້າໄປບິນທະບາຕໃນພຣະນະຄອຣສາວັຕຖີ ໄດ້ທອດພຣະເນດເຫັນເດັກນ້ອຍຈຳນວນຫລາຍພາກັນຈັບປາໃນລະຫວ່າງພຣະນະຄອຣສາວັຕຖີກັບພຣະວິຫາຣເຊຕະວັນ ຄັນແລ້ວໄດ້ສະເດັຈເຂົ້າໄປຫາເດັກນ້ອຍເຫລົ່ານັ້ນ ແລ້ວໄດ້ຕຣັສຖາມວ່າ:

ກຸມາຣທັງຫລາຍ! ພວກເຈົ້າທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງພວກເຈົ້າທັງຫລາຍບໍ່ແມ່ນຫລື?

ເດັກເຫລົ່ານັ້ນກຣາບທູລວ່າ:

ເປັນຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງພວກຂ້ານ້ອຍທັງຫລາຍ.

ລຳດັບນັ້ນ, ພຣະຜູ້ມີພຣະພາຄຊົງຊາບເນື້ອຄວາມນັ້ນແລ້ວ ໄດ້ຊົງເປັ່ງອຸທານໃນເວລານັ້ນວ່າ:

ຖ້າພວກເຈົ້າທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຖ້າຄວາມທຸກຂ໌ບໍ່ເປັນທີ່ຮັກຂອງພວກເຈົ້າທັງຫລາຍແລ້ວ ພວກເຈົ້າທັງຫລາຍຢ່າໄດ້ກະທຳບາບກັມທັງໃນທີ່ແຈ້ງຫລືໃນທີ່ລັບເລີຍ ຖ້າພວກເຈົ້າທັງຫລາຍຈະກະທຳຫລືກະທຳຢູ່ເຊິ່ງບາບກັມແລ້ວນັ້ນ ພວກເຈົ້າທັງຫລາຍເຖິງຈະເຫາະໜີໄປກໍຍ່ອມບໍ່ພົ້ນໄປຈາກຄວາມທຸກຂ໌.

ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-

ສຸຕຕະນິບາຕ ໒໕/໑໐໗/໑໑໕

ວິທີປະຕິບັຕເມື່ອຖືກຄົນຕຳນິຕໍ່ໜ້າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ