ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ,
ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ,
ເປັນສົງຄ໌ຄວນຮັບທັກຂິນາທານ,
ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທຳອັນຊະລີ
ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ດັ່ງນີ້.
ເປັນຜູ້ປະກອບດ້ວຍສີລທີ່ພຣະອະຣິຍະເຈົ້າໃຄ່ແລ້ວ ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ.
ພຣາມແລະຄະຫະບໍດີທັງຫລາຍ! ເມື່ອໃດ ອະຣິຍະສາວົກປະກອບດ້ວຍສັທທັມ ໗ ປະກາຣເຫລົ່ານີ້ ແລະດ້ວຍຖານະອັນເປັນທີ່ຕັ້ງແຫ່ງຄວາມຫວັງ ໔ ປະກາຣເຫລົ່ານີ້ ເມື່ອນັ້ນ ອະຣິຍະສາວົກນັ້ນຫວັງຢູ່ ຍ່ອມພະຍາກອນຕົນດ້ວຍຕົນເອງໄດ້ວ່າ ເຮົາມີນະຣົກສິ້ນແລ້ວ ມີກຳເນີດດິຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕສິ້ນແລ້ວ ເຮົາເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ພຣາມແລະຄະຫະບໍດີຊາວເວລຸທະວາຣະຄາມໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືຕາມປະທີບໄວ້ໃນທີ່ມືດດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ສັນນັ້ນ ພວກຂ້ານ້ອຍທັງຫລາຍຂໍເຖິງທ່ານພຣະໂຄດົມກັບທັງພຣະທັມແລະພຣະພິກຂຸສົງຄ໌ວ່າເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳພວກຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕະຫລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.
ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໕໓-໓໕໖/໑໔໕໔-໑໔໖໘
ບຸຄຄົລຜູ້ປະກອບດ້ວຍທັມ ໔໐ ປະກາຣ
ຍ່ອມເກີດໃນນະຣົກ ແລະບຸຄຄົລຜູ້ປະກອບດ້ວຍທັມ ໔໐ ປະກາຣຍ່ອມເກີດໃນສວັນ
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໔໐ ປະກາຣ ຍ່ອມເປັນຜູ້ຖືກປະຖິ້ມໄວ້ໃນນະຣົກ ເໝືອນສິ່ງຂອງທີ່ເຂົານຳມາປະຖິ້ມໄວ້. ທັມ ໔໐ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ຂ້າສັຕ,
ຊັກຊວນຜູ້ອື່ນໃນກາຣຂ້າສັຕ,
ພໍໃຈໃນກາຣຂ້າສັຕ,
ກ່າວສັນລະເສີນກາຣຂ້າສັຕ.
ເປັນຜູ້ລັກຊັພຍ໌,
ຊັກຊວນຜູ້ອື່ນໃນກາຣລັກຊັພຍ໌,
ພໍໃຈໃນກາຣລັກຊັພຍ໌,
ກ່າວສັນລະເສີນກາຣລັກຊັພຍ໌.
ເປັນຜູ້ປະພຶດຜິດໃນກາມທັງຫລາຍ,
ຊັກຊວນຜູ້ອື່ນໃນກາຣປະພຶດຜິດໃນກາມທັງຫລາຍ,
ພໍໃຈໃນກາຣປະພຶດຜິດໃນກາມທັງຫລາຍ,
ກ່າວສັນລະເສີນກາຣປະພຶດຜິດໃນກາມທັງຫລາຍ.
ເປັນຜູ້ເວົ້າຕົວະ,
ຊັກຊວນຜູ້ອື່ນໃນກາຣເວົ້າຕົວະ,
ພໍໃຈໃນກາຣເວົ້າຕົວະ,
ກ່າວສັນລະເສີນກາຣເວົ້າຕົວະ.
ເປັນຜູ້ເວົ້າສໍ່ສຽດ,
ຊັກຊວນຜູ້ອື່ນໃນກາຣເວົ້າສໍ່ສຽດ,
ພໍໃຈໃນກາຣເວົ້າສໍ່ສຽດ,
ກ່າວສັນລະເສີນກາຣເວົ້າສໍ່ສຽດ.
ເປັນຜູ້ເວົ້າຄຳຫຍາບ,
ຊັກຊວນຜູ້ອື່ນໃນກາຣເວົ້າຄຳຫຍາບ,
ພໍໃຈໃນກາຣເວົ້າຄຳຫຍາບ,
ກ່າວສັນລະເສີນກາຣເວົ້າຄຳຫຍາບ.
ເປັນຜູ້ເວົ້າຄຳສັມຜັປປະລາປະ (1),
ຊັກຊວນຜູ້ອື່ນໃນກາຣເວົ້າຄຳສັມຜັປປະລາປະ,
ພໍໃຈໃນກາຣເວົ້າຄຳສັມຜັປປະລາປະ,
ກ່າວສັນລະເສີນກາຣເວົ້າຄຳສັມຜັປປະລາປະ.
ເປັນຜູ້ຢາກໄດ້ຂອງຜູ້ອື່ນ,
ຊັກຊວນຜູ້ອື່ນໃນກາຣຢາກໄດ້ຂອງຜູ້ອື່ນ,
ພໍໃຈໃນກາຣຢາກໄດ້ຂອງຜູ້ອື່ນ,
ກ່າວສັນລະເສີນກາຣຢາກໄດ້ຂອງຜູ້ອື່ນ.
ເປັນຜູ້ມີຈິຕພະຍາບາທ,
ຊັກຊວນຜູ້ອື່ນໃນກາຣມີຈິຕພະຍາບາທ,
ພໍໃຈໃນກາຣມີຈິຕພະຍາບາທ,
ກ່າວສັນລະເສີນກາຣມີຈິຕພະຍາບາທ.
ເປັນຜູ້ມີຄວາມເຫັນຜິດ,
ຊັກຊວນຜູ້ອື່ນໃນຄວາມເຫັນຜິດ,
ພໍໃຈໃນຄວາມເຫັນຜິດ,
ກ່າວສັນລະເສີນຄວາມເຫັນຜິດ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໔໐ ປະກາຣນີ້ແລ ຍ່ອມເປັນຜູ້ຖືກປະຖິ້ມໄວ້ໃນນະຣົກ ເໝືອນສິ່ງຂອງທີ່ເຂົານຳມາປະຖິ້ມໄວ້.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໔໐ ປະກາຣນີ້ ຍ່ອມເປັນຜູ້ຖືກເຊີນມາໃນສວັນ ເໝືອນສິ່ງຂອງທີ່ເຂົານຳມາປະດິດສະຖານໄວ້. ທັມ ໔໐ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ,
ຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣຂ້າສັຕ,
ພໍໃຈໃນກາຣງົດເວັ້ນຈາກກາຣຂ້າສັຕ,








