ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຈະຍຸຍົງໃຫ້ເຮົາແຕກຈາກມິຕດ້ວຍຄຳສໍ່ສຽດ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະຍຸຍົງໃຫ້ຜູ້ອື່ນແຕກຈາກມິຕດ້ວຍຄຳສໍ່ສຽດ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກປິສຸນາວາຈາດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກປິສຸນາວາຈາດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກປິສຸນາວາຈາດ້ວຍ, ວະຈີສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.
ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຈະເວົ້າກັບເຮົາດ້ວຍຄຳຫຍາບ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະເວົ້າກັບຜູ້ອື່ນດ້ວຍຄຳຫຍາບ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກຜະຣຸສະວາຈາດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກຜະຣຸສະວາຈາດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກຜະຣຸສະວາຈາດ້ວຍ, ວະຈີສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.
ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຈະເວົ້າກັບເຮົາດ້ວຍຄຳສັມຜັປປະລາປະ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະເວົ້າກັບຜູ້ອື່ນດ້ວຍຄຳສັມຜັປປະລາປະ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກສັມຜັປປະລາປະດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກສັມຜັປປະລາປະດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກສັມຜັປປະລາປະດ້ວຍ, ວະຈີສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.
ອະຣິຍະສາວົກນັ້ນປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້າວ່າ:
ເພາະເຫຕຢ່າງນີ້ໆ
ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌,
ຕຣັສຮູ້ເອງໂດຍຊອບ,
ເຖິງພ້ອມດ້ວຍວິຊຊາແລະຈະຣະນະ,
ສະເດັຈໄປດີແລ້ວ,
ຊົງຮູ້ແຈ້ງໂລກ,
ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ,
ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ,
ເປັນຜູ້ເບີກບານແລ້ວ,
ເປັນຜູ້ຈຳແນກທັມ ດັ່ງນີ້.
ອະຣິຍະສາວົກນັ້ນປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມວ່າ:
ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕຍ່ອມເຫັນໄດ້ດ້ວຍຕົນເອງເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ,
ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ,
ເປັນສິ່ງທີ່ວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ດັ່ງນີ້.
ອະຣິຍະສາວົກນັ້ນປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ:
ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ
ເປັນຜູ້ປະຕິບັຕດີແລ້ວ,
ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ
ເປັນຜູ້ປະຕິບັຕຕົງແລ້ວ,
ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ
ເປັນຜູ້ປະຕິບັຕຊອບແລ້ວ,
ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ
ເປັນຜູ້ປະຕິບັຕສົມຄວນແລ້ວ,
ໄດ້ແກ່ບຸຄຄົລເຫລົ່ານີ້ຄື:
ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວໄດ້ ໘ ບຸຣຸສ ນັ້ນແຫລະຄືສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ,








