ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ຊີວົກ! ຜູ້ໃດຂ້າສັຕເຈາະຈົງຕະຖາຄົຕ ຫລືສາວົກຂອງຕະຖາຄົຕ ຜູ້ນັ້ນຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕ ໕ ປະກາຣນີ້ແລ.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ຊີວົກໂກມາຣະພັຈໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໜ້າອັສສະຈັນຍ໌!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ບໍ່ເຄີຍມີ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍຍ່ອມສັນອາຫາຣອັນບໍ່ມີໂທສໜໍ.
ຂ້າແຕ່ພຣະອົງ໌ຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ຂ້າແຕ່ພຣະອົງ໌ຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໃນທີ່ມືດ ດ້ວຍຄິດວ່າ ຜູ້ມີຈັກຂຸຈັກເຫັນຣູປ ສັນໃດ; ພຣະຜູ້ມີພຣະພາຄຊົງປະກາສທັມໂດຍອະເນກປະຣິຍາຍ ສັນນັ້ນເໝືອນກັນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ພຣະທັມ ແລະພຣະພິກຂຸສົງຄ໌ວ່າເປັນສະຣະນະ ຂໍພຣະຜູ້ມີພຣະພາຄຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕະຫລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ ດັ່ງນີ້.
ມັຊຊິມະນິກາຍ ມັຊຊິມະປັນນາສກ໌ ໑໓/໔໒-໔໕/໕໖-໖໑
ລັກສະນະຂອງບຸຄຄົລທີ່ມີທະມະແລະອຸປະສະມະ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອຣສາວັຕຖີ ໃນຄັ້ງນັ້ນ ທ່ານພຣະປຸນນະອອກຈາກທີ່ຫລີກເຣັ້ນໃນຕອນແລງ ທ່ານໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄດັ່ງນີ້ວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄໂປດສັ່ງສອນຂ້ານ້ອຍດ້ວຍໂອວາທຫຍໍ້ໆດ້ວຍເຖີດຂ້ານ້ອຍ ເມື່ອຂ້ານ້ອຍໄດ້ສະດັບໃນທັມຂອງພຣະຜູ້ມີພຣະພາຄແລ້ວ ຈະເປັນຜູ້ຫລີກໄປຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່.
ປຸນນະ! ຖ້າຢ່າງນັ້ນ ເຈົ້າຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ;
ໂດຍ ພຣະອົງຄ໌ຜູ້ຈະເຣີນ!
ປຸນນະ! ຣູປທີ່ຮູ້ໄດ້ດ້ວຍຕາ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນຣູປນັ້ນ ນັນທິຍ່ອມເກີດແກ່ບຸຄຄົລຜູ້ເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນຣູປນັ້ນ ເພາະນັນທິເກີດ ເຮົາກ່າວວ່າ ທຸກຂ໌ເກີດນະ ປຸນນະ.
ປຸນນະ! ສຽງທີ່ຮູ້ໄດ້ດ້ວຍໂສຕະ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນສຽງນັ້ນ ນັນທິຍ່ອມເກີດແກ່ບຸຄຄົລຜູ້ເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນສຽງນັ້ນ ເພາະນັນທິເກີດ ເຮົາກ່າວວ່າ ທຸກຂ໌ເກີດນະ ປຸນນະ.
ປຸນນະ! ກິ່ນທີ່ຮູ້ໄດ້ດ້ວຍຄານະ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນກິ່ນນັ້ນ ນັນທິຍ່ອມເກີດແກ່ບຸຄຄົລຜູ້ເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນກິ່ນນັ້ນ ເພາະນັນທິເກີດ ເຮົາກ່າວວ່າ ທຸກຂ໌ເກີດນະ ປຸນນະ.
ປຸນນະ! ຣົສທີ່ຮູ້ໄດ້ດ້ວຍຊິວຫາ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນຣົສນັ້ນ ນັນທິຍ່ອມເກີດແກ່ບຸຄຄົລຜູ້ເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນຣົສນັ້ນ ເພາະນັນທິເກີດ ເຮົາກ່າວວ່າ ທຸກຂ໌ເກີດນະ ປຸນນະ.
ປຸນນະ! ໂຜຕຖັພພະທີ່ຮູ້ໄດ້ດ້ວຍກາຍ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ພໍໃຈ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ຖ້າພິກຂຸເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນໂຜຕຖັພພະນັ້ນ ນັນທິຍ່ອມເກີດແກ່ບຸຄຄົລຜູ້ເພີດເພີນ ພ່ຳສັນລະເສີນ ຫລົງມົວເມົາໃນໂຜຕຖັພພະນັ້ນ ເພາະນັນທິເກີດ ເຮົາກ່າວວ່າ ທຸກຂ໌ເກີດນະ ປຸນນະ.








