ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ຊີວົກ! ບຸຄຄົລຍ່ອມມີຄວາມພະຍາບາທ ເພາະຣາຄະ ໂທສະ ໂມຫະໃດ, ຣາຄະ ໂທສະ ໂມຫະນັ້ນ ຕະຖາຄົຕລະໄດ້ແລ້ວ ມີມູລອັນຂາດແລ້ວ ເປັນເໝືອນຕານຍອດດ້ວນ ເຖິງຄວາມບໍ່ມີ ມີອັນບໍ່ເກີດອີກຕໍ່ໄປເປັນທັມມະດາ.
ຊີວົກ! ຖ້າທ່ານກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະເປັນຕົ້ນນີ້ ເຮົາອະນຸຍາດກາຣກ່າວເຊັ່ນນັ້ນແກ່ທ່ານ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະ ເປັນຕົ້ນນີ້.
ຊີວົກ! ພິກຂຸໃນທັມວິນັຍນີ້ ອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງຢູ່ ເຂົາມີໃຈປະກອບດ້ວຍອຸເປກຂາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍ ເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈອັນປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຄະຫະບໍດີຫລືບຸຕຂອງຄະຫະບໍດີ ເຂົ້າໄປຫາເຂົາແລ້ວ ນິມົນສັນອາຫາຣໃນຕອນເຊົ້າມື້ອື່ນ.
ຊີວົກ! ເມື່ອພິກຂຸຫວັງຢູ່ ກໍຮັບນິມົນ ພໍຜ່ານຣາຕຣີນັ້ນໄປ ເວລາເຊົ້າພິກຂຸນັ້ນນຸ່ງຫົ່ມແລ້ວຖືບາຕແລະຈີວອຣເຂົ້າໄປຍັງນິເວສນ໌ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີ ແລ້ວນັ່ງລົງໃນອາສະນະທີ່ເຂົາປູໄວ້ ຄະຫະບໍດີຫລືບຸຕຂອງຄະຫະບໍດີນັັ້ນ ຖວາຍອາຫາຣເຂົາດ້ວຍບິນທະບາຕອັນປະນີຕ ຄວາມຄິດວ່າ ດີໜໍ ຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ນີ້ ຖວາຍອາຫາຣເຮົາດ້ວຍບິນທະບາຕອັນປະນີຕ ດັ່ງນີ້ ຍ່ອມບໍ່ມີແກ່ເຂົາ ແມ່ນແຕ່ຄວາມຄິດທີ່ວ່າ ໂອໜໍ ຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ນີ້ ຄວນຖວາຍອາຫາຣເຮົາດ້ວຍບິນທະບາຕອັນປະນີຕເຊັ່ນນີ້ໃນຄັ້ງຕໍ່ໄປ ດັ່ງນີ້ ກໍບໍ່ມີແກ່ເຂົາ ເຂົາບໍ່ກຳນັດ ບໍ່ມົວເມົາ ບໍ່ຟ້າວກືນບິນທະບາຕນັ້ນ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄຢູ່.
ຊີວົກ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ສມັຍນັ້ນ ພິກຂຸນັ້ນຍ່ອມຄິດເພື່ອບຽດບຽນຕົນ ຄິດເພື່ອບຽດບຽນຜູ້ອຶື່ນ ຫລືຄິດເພື່ອບຽດບຽນທັງສອງຝ່າຍຫລືໜໍ?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຊີວົກ! ສມັຍນັ້ນ ພິກຂຸນັ້ນຊື່ວ່າ ສັນອາຫາຣອັນບໍ່ມີໂທສບໍ່ແມ່ນຫລື?
ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍໄດ້ຟັງມາວ່າ ພຣົມມີປົກກະຕິຢູ່ດ້ວຍອຸເປກຂາ ຄຳນັ້ນເປັນຄຳທີ່ຂ້ານ້ອຍໄດ້ຟັງມາ ຄຳນີິ້ພຣະຜູ້ມີພຣະພາຄເປັນອົງຄ໌ພະຍານປາກົຕແລ້ວ ດ້ວຍວ່າພຣະຜູ້ມີພຣະພາຄຊົງມີປົກກະຕິຢູ່ດ້ວຍອຸເປກຂາ.
ຊີວົກ! ບຸຄຄົລຍ່ອມມີຄວາມພະຍາບາທ ເພາະຣາຄະ ໂທສະ ໂມຫະໃດ, ຣາຄະ ໂທສະ ໂມຫະນັ້ນ ຕະຖາຄົຕລະໄດ້ແລ້ວ ເປັນເໝືອນຕານຍອດດ້ວນ ມີມູລອັນຂາດແລ້ວ ເຖິງຄວາມບໍ່ມີ ມີອັນບໍ່ເກີດອີກຕໍ່ໄປເປັນທັມມະດາ.
ຊີວົກ! ຖ້າທ່ານກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະ ເປັນຕົ້ນນີ້ ເຮົາອະນຸຍາດກາຣກ່າວເຊັ່ນນັ້ນແກ່ທ່ານ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະ ເປັນຕົ້ນນີ້.
ຊີວົກ! ຜູ້ໃດຂ້າສັຕເຈາະຈົງຕະຖາຄົຕ ຫລືສາວົກຂອງຕະຖາຄົຕ ຜູ້ນັ້ນຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕ ໕ ປະກາຣຄື:
ຜູ້ນັ້ນກ່າວຢ່າງນີ້ວ່າ ທ່ານທັງຫລາຍຈົ່ງໄປນຳສັຕຊື່ນັ້ນມາດັ່ງນີ້ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໑ ນີ້
ສັຕນັ້ນເມື່ອຖືກເຂົາຜູກຄໍນຳມາ ໄດ້ສເວີຍທຸກຂ໌ ໂທມະນັສ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໒ ນີ້
ຜູ້ນັ້ນກ່າວຢ່າງນີ້ວ່າ ທ່ານທັງຫລາຍຈົ່ງໄປຂ້າສັຕນີ້ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໓ ນີ້
ສັຕນັ້ນເມື່ອຖືກເຂົາກຳລັງຂ້າຢູ່ ຍ່ອມສເວີຍທຸກຂ໌ ໂທມະນັສ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໔ ນີ້
ຜູ້ນັ້ນຍ່ອມຍັງຕະຖາຄົຕແລະສາວົກຂອງຕະຖາຄົຕໃຫ້ຍິນດີດ້ວຍເນື້ອອັນເປັນອະກັປປິຍະ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໕ ນີ້








