ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸ! ເມື່ອໃດ ເຈົ້າຈະເຣີນສະມາທິຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນເຈົ້າຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນ ກະທຳໃຫ້ຫລາຍເຊິ່ງມຸທິຕາເຈໂຕວິມຸຕ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນ ສັ່ງສົມດີແລ້ວ ປຣາຣົພດີແລ້ວ. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນກະທຳໃຫ້ຫລາຍເຊິ່ງສະມາທິຢ່າງນີ້ແລ້ວ ເມື່ອນັ້ນເຈົ້າຄວນຈະເຣີນສະມາທິທີ່ມີວິຕົກວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ມີແຕ່ວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ບໍ່ມີວິຈາຣແດ່ ຄວນຈະເຣີນສະມາທິທີ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ບໍ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍຄວາມຍິນດີແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍອຸເປກຂາແດ່.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນສະມາທິຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນເຈົ້າຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນ ກະທຳໃຫ້ຫລາຍເຊິ່ງອຸເປກຂາເຈໂຕວິມຸຕ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນ ສັ່ງສົມດີແລ້ວ ປຣາຣົພດີແລ້ວ. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນກະທຳໃຫ້ຫລາຍເຊິ່ງສະມາທິຢ່າງນີ້ແລ້ວ ເມື່ອນັ້ນເຈົ້າຄວນຈະເຣີນສະມາທິທີ່ມີວິຕົກວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ມີແຕ່ວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ບໍ່ມີວິຈາຣແດ່ ຄວນຈະເຣີນສະມາທິທີ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ບໍ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍຄວາມຍິນດີແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍອຸເປກຂາແດ່.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນສະມາທິຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນເຈົ້າຄວນສຶກສາຢ່າງນີ້ວ່າ ເຮົາຈັກພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນກະທຳໃຫ້ຫລາຍເຊິ່ງສະມາທິຢ່າງນີ້ແລ້ວ ເມື່ອນັ້ນເຈົ້າຄວນຈະເຣີນສະມາທິທີ່ມີວິຕົກວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ມີແຕ່ວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ບໍ່ມີວິຈາຣແດ່ ຄວນຈະເຣີນສະມາທິທີ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ບໍ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍຄວາມຍິນດີແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍອຸເປກຂາແດ່.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນສະມາທິຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນເຈົ້າຄວນສຶກສາຢ່າງນີ້ວ່າ ເຮົາຈັກພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນກະທຳໃຫ້ຫລາຍເຊິ່ງສະມາທິຢ່າງນີ້ແລ້ວ ເມື່ອນັ້ນເຈົ້າຄວນຈະເຣີນສະມາທິທີ່ມີວິຕົກວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ມີແຕ່ວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ບໍ່ມີວິຈາຣແດ່ ຄວນຈະເຣີນສະມາທິທີ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ບໍ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍຄວາມຍິນດີແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍອຸເປກຂາແດ່.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນສະມາທິຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນເຈົ້າຄວນສຶກສາຢ່າງນີ້ວ່າ ເຮົາຈັກພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.

ພິກຂຸ! ເມື່ອໃດ ເຈົ້າຈະເຣີນກະທຳໃຫ້ຫລາຍເຊິ່ງສະມາທິຢ່າງນີ້ແລ້ວ ເມື່ອນັ້ນເຈົ້າຄວນຈະເຣີນສະມາທິທີ່ມີວິຕົກວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ມີແຕ່ວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ບໍ່ມີວິຈາຣແດ່ ຄວນຈະເຣີນສະມາທິທີ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ບໍ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍຄວາມຍິນດີແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍອຸເປກຂາແດ່.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ