ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງ ພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືຕາມປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ສັນນັ້ນ ຂ້ານ້ອຍຂໍເຖິງທ່ານພຣະໂຄດົມກັບທັງພຣະທັມແລະພຣະພິກຂຸສົງຄ໌ວ່າເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕະຫລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ຂ້ານ້ອຍຂໍທູລລາໄປໃນບັດນີ້ ຂ້ານ້ອຍມີກິຈຫລາຍ ມີກະຣະນີຍະຫລາຍ.
ມານົບ! ທ່ານຈົ່ງສຳຄັນເວລາອັນຄວນໃນບັດນີ້ເຖີດ (ຍັສສະທານິ ຕະວັງ ມານະວະ ກາລັງ ມັນຍະສີຕິ).
ຄັ້ງນັ້ນແລ ສຸພະມານົບໂຕເທີຍຍະບຸຕເພີດເພີນພຣະພາສິຕຂອງພຣະຜູ້ມີພຣະພາຄ ແລ້ວລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວກັບໄປ.
ມັຊຊິມະນິກາຍ ມັຊຊິມະປັນນາສກ໌ ໑໓/໕໐໑-໕໐໒/໗໓໐
ຫລັກກາຣຈະເຣີນພຣົມວິຫາຣະທັມ
ຄັ້ງນັ້ນແລ ພິກຂຸອົງຄ໌ໜຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ຂໍພຣະຜູ້ມີພຣະພາຄໂປດສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວຢູ່.
ໂມຄະບຸຣຸສບາງພວກໃນໂລກນີ້ ຍ່ອມເຊື້ອເຊີນເຮົາໂດຍຫາເຫຕບໍ່ໄດ້ ເມື່ອເຮົາກ່າວທັມແລ້ວ ຍ່ອມສຳຄັນເຮົາວ່າຄວນຕິດຕາມເລື້ອຍໄປ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄໂປດສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍ ຂໍພຣະສຸຄົຕໂປດສະແດງທັມໂດຍຫຍໍ້ ສັນໃດໜໍ ຂ້ານ້ອຍຈິ່ງຈະຮູ້ທົ່ວເຖິງເນື້ອຄວາມແຫ່ງພາສິຕຂອງພຣະຜູ້ມີພຣະພາຄ ສັນໃດໜໍ ຂ້ານ້ອຍຈິ່ງຈະເປັນທາຍາຕແຫ່ງພາສິຕຂອງພຣະຜູ້ມີພຣະພາຄ.
ພິກຂຸ! ເພາະສະນັ້ນແລ ເຈົ້າຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກຕັ້ງໝັ້ນ ດຳຣົງຢູ່ດ້ວຍດີໃນພາຍໃນ ແລະທັມອັນເປັນບາບອະກຸສົລທີ່ເກີດຂຶ້ນແລ້ວຈັກບໍ່ຄອບງຳຈິຕໄດ້. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.
ພິກຂຸ! ເມື່ອໃດ ຈິຕຂອງເຈົ້າຕັ້ງໝັ້ນ ດຳຣົງຢູ່ດ້ວຍດີໃນພາຍໃນ ແລະທັມອັນເປັນບາບອະກຸສົລທີ່ເກີດຂຶ້ນແລ້ວບໍ່ຄອບງຳຈິຕໄດ້ ເມື່ອນັ້ນເຈົ້າຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນ ກະທຳໃຫ້ຫລາຍເຊິ່ງເມຕຕາເຈໂຕວິມຸຕ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນ ສັ່ງສົມດີແລ້ວ ປຣາຣົພດີແລ້ວ. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.
ພິກຂຸ! ເມື່ອໃດ ເຈົ້າຈະເຣີນກະທຳໃຫ້ຫລາຍເຊິ່ງສະມາທິຢ່າງນີ້ແລ້ວ ເມື່ອນັ້ນເຈົ້າຄວນຈະເຣີນສະມາທິທີ່ມີວິຕົກວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ມີແຕ່ວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ບໍ່ມີວິຈາຣແດ່ ຄວນຈະເຣີນສະມາທິທີ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ບໍ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍຄວາມຍິນດີແດ່(ສາຕະສະຫະຕັມປິ ພາເວີຍຍາສິ) ຄວນຈະເຣີນສະມາທິທີ່ເນື່ອງດ້ວຍອຸເປກຂາແດ່(ອຸເປກຂາສະຫະຕັມປິ ພາເວີຍຍາສິ).
ພິກຂຸ! ເມື່ອໃດ ເຈົ້າຈະເຣີນສະມາທິຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນເຈົ້າຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນ ກະທຳໃຫ້ຫລາຍເຊິ່ງກະຣຸນາເຈໂຕວິມຸຕ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນ ສັ່ງສົມດີແລ້ວ ປຣາຣົພດີແລ້ວ. ພິກຂຸ ເຈົ້າຄວນສຶກສາຢ່າງນີ້ແລ.
ພິກຂຸ! ເມື່ອໃດ ເຈົ້າຈະເຣີນກະທຳໃຫ້ຫລາຍເຊິ່ງສະມາທິຢ່າງນີ້ແລ້ວ ເມື່ອນັ້ນເຈົ້າຄວນຈະເຣີນສະມາທິທີ່ມີວິຕົກວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ມີແຕ່ວິຈາຣແດ່ ຄວນຈະເຣີນສະມາທິທີ່ບໍ່ມີວິຕົກ ບໍ່ມີວິຈາຣແດ່ ຄວນຈະເຣີນສະມາທິທີ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ບໍ່ມີປີຕິແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍຄວາມຍິນດີແດ່ ຄວນຈະເຣີນສະມາທິທີ່ເນື່ອງດ້ວຍອຸເປກຂາແດ່.








