ຄະຣາວາສຊັ້ນເລີດ
ໜ້າ/ 41
ເວັ້ນຂາດຈາກການປະພຶດຜິດໃນກາມ (ຄືເວັ້ນຂາດຈາກການປະພຶດຜິດ) ໃນຍິງຊຶ່ງ
ມານດາຮັກສາ ບິດາຮັກສາ ພີ່ນ້ອງຊາຍຮັກສາ ພີ່ນ້ອງຍິງຮັກສາ ຫຼືຍາດຮັກສາ
ອັນທັມຮັກສາ ເປັນຍິງມີສາມີ ຍິງນັກໂທສ ໂດຍທີ່ສຸດແມ່ນແຕ່ຍິງທີ່ເຂົາໝັ້ນໄວ້ດ້ວຍການຄ້ອງພວງມາລັຍ ບໍ່ເປັນຜູ້ປະພຶດຜິດຈາຮີດໃນຮູບແບບເຫຼົ່ານັ້ນ.
(ມຸສາວາທາ ເວຣະມະນີ) ເຂົານັ້ນ ລະມຸສາວາດ
ເວັ້ນຂາດຈາກມຸສາວາດ ເວົ້າແຕ່ຄວາມຈິງ ຮັກສາຄໍາສັຈ ໝັ້ນຄົງໃນຄໍາເວົ້າ
ມີຄໍາເວົ້າຄວນເຊື່ອຖືໄດ້ ບໍ່ແກ້ງກ່າວໃຫ້ຜິດຕໍ່ໂລກ.
(ສຸຣາເມຣະຍະມັຊຊະປະມາທັຕຖານາ ເວຣະມະນີ) ເຂົານັ້ນ
ເວັ້ນຂາດຈາກການດື່ມນໍ້າເມົາ ຄືສຸຣາແລະເມຣັຍອັນເປັນທີ່ຕັ້ງຂອງຄວາມປະມາດ.
- ບາລີ ເອກ.ອັງ. ໒໐/໕໕/໒໒໔.; ບາລີ ສີ.ທີ. ໙/໘໓/໑໐໓.; ບາລີ ທສກ.ອັງ. ໒໔/໑໘໕/໑໖໕.
ຄະນະຜູ້ແປແລະກວດແກ້ເປັນພາສາລາວ :
ພຣະອາຈາຣຍ໌ ປັນຍານັນດະ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ຊາຄະຣະທັມໂມ ວັດປ່າວິໂມກຂະວະນາຣາມ(ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ວ. ວົງແສງສີ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ອະຣິຍະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ໄມ ທັມມະທາໂສ ວັດ.... ບ. ໂພນຕານ ມ. ຄໍາເກີດ ຂ. ບໍລິຄໍາໄຊ (ຜູ້ແປຈາກຕົ້ນສະບັບຂອງວັດນາປ່າພົງ).
ຄະນະສິສສານຸສິສວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
໑໐. ພຣະສູຕຂອງຄວາມສໍາຄັນ ທີ່ຊາວພຸດຕ້ອງສຶກສາ ແຕ່ຄໍາສອນຈາກພຣະພຸດທະເຈົ້າເທົ່ານັ້ນ.
ອັກຄິເວສະນະ ! ເຮົານັ້ນໜໍ ຕັ້ງແຕ່ເລີ່ມສະແດງ ຈົນຮອດຄຳສຸດທ້າຍແຫ່ງການກ່າວເລື່ອງນັ້ນໆ ຍ່ອມຕັ້ງໄວ້ຊຶ່ງຈິຕໃນສະມາທິນິມິຕ ອັນເປັນໄປພາຍໃນໂດຍແທ້ ໃຫ້ຈິຕດຳຣົງຢູ່ ໃຫ້ຈິຕຕັ້ງໝັ້ນຢູ່ ກະທຳໃຫ້ມີຈິຕເປັນເອກ ດັ່ງເຊັ່ນທີ່ຄົນທັງຫຼາຍເຄີຍໄດ້ຍິນ ວ່າເຮົາກະທຳຢູ່ເປັນປະຈຳ ດັ່ງນີ້.
- ບາລີ ມູ. ມ. ໑໒/໔໕໘/໔໓໐.
ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍເປັນຜູ້ທີ່ເຮົານຳພາໄປແລ້ວດ້ວຍທັມນີ້ ອັນເປັນທັມທີ່ບຸກຄົນຈະຍ່ອມເຫັນໄດ້ດ້ວຍຕົນເອງ (ສັນທິຕຖິໂກ) ເປັນທັມໃຫ້ຜົລບໍ່ຈຳກັດກາລ (ອະກາລິໂກ) ເປັນທັມທີ່ຄວນເອີ້ນກັນມາເບິ່ງ (ເອຫິປັສສິໂກ) ຄວນນ້ອມເຂົ້າມາໃສ່ຕົວ (ໂອປະນະຢິໂກ) ອັນວິນຍູຊົນຈະຍ່ອມຮູ້ໄດ້ສະເພາະຕົນ (ປັຈຈັຕຕັງ ເວທິຕັບໂພ ວິນຍູຫິ).
- ບາລີ ມູ. ມ. ໑໒/໔໘໕/໔໕໑.
ພິກຂຸທັງຫຼາຍ ! ນັບຕັ້ງແຕ່ຣາຕຣີ ທີ່ຕະຖາຄົຕໄດ້ຕຣັສຮູ້ອະນຸຕຕະຣະສັມມາສັມໂພທິຍານ ຈົນວ່າຮອດຣາຕຣີ ທີ່ຕະຖາຄົຕປະຣິນິບພານດ້ວຍອະນຸປາທິເສສະນິບພານທາຕ ຕະຫຼອດເວລາລະຫວ່າງນັ້ນ ຕະຖາຄົຕໄດ້ກ່າວສອນພ່ຳສອນ ສະແດງອອກຊຶ່ງຖ້ອຍຄຳໃດ ຖ້ອຍຄຳເຫຼົ່ານັ້ນທັງໝົດ ຍ່ອມເຂົ້າກັນໄດ້ໂດຍປະການດຽວທັງສິ້ນ ບໍ່ຂັດແຍ້ງກັນເປັນປະການອື່ນເລີຍ.
- ບາລີ ອິຕິວຸ. ຂຸ. ໒໕/໓໒໑/໒໙໓.
ພິກຂຸທັງຫຼາຍ ! ເລື່ອງນີ້ເຄີຍມີມາແລ້ວ ກອງເສິກຂອງກະສັຕພວກທະສາຣະຫະ ເອີ້ນວ່າ ອານກະ ມີຢູ່ ເມື່ອກອງອານກະນີ້ ມີຮອຍຍະຫຼືແຫງ ພວກກະສັຕທະສາຣະຫະໄດ້ຫາແຜ່ນໄມ້ໂຕອື່ນເຮັດເປັນຫຼິ້ມ ຕອກອັດເສີມລົງໃນຮອຍຍະຂອງກອງນັ້ນ(ທຸກຄັ້ງໄປ). ພິກຂຸທັງຫຼາຍ ! ເມື່ອເຊື່ອມຈອດເຂົ້າຫຼາຍເທື່ອຫຼາຍຄັ້ງເຊັ່ນນັ້ນ ດົນໄປກໍເຖິງສະໄໝໜຶ່ງ ເຊິ່ງຊີ້ນໄມ້ດັ້ງເດີມຂອງໂຕກອງໝົດສິ້ນໄປ ເຫຼືອຢູ່ແຕ່ໂຕໄມ້ທີ່ເຮັດເສີມໃໝ່ເທົ່ານັ້ນ.








