ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ພຣາມນ໌! ຖ້າເຮົາຜູ້ເປັນເຊັ່ນນັ້ນເດີນຈົງກົມຢູ່ ທີ່ເດີນຈົງກົມໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣະອະຣິຍະ, ຖ້າເຮົາຜູ້ເປັນເຊັ່ນນັ້ນຢືນຢູ່ ທີ່ຢືນໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣະອະຣິຍະ, ຖ້າເຮົາຜູ້ເປັນເຊັ່ນນັ້ນນັ່ງຢູ່ ທີ່ນັ່ງໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣະອະຣິຍະ, ຖ້າເຮົາຜູ້ເປັນເຊັ່ນນັ້ນນອນຢູ່ ທີ່ນອນອັນສູງໃຫຍ່ໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣະອະຣິຍະ. ພຣາມນ໌ ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣະອະຣິຍະນີ້ແລ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ໜ້າອັສສະຈັນຍ໌ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ບໍ່ເຄີຍມີມາແລ້ວ ເພາະໃຜໜໍຍົກເວັ້ນທ່ານພຣະໂຄດົມ ຈັກໄດ້ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣະອະຣິຍະເຫັນປານນີ້ ທີ່ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ດັ່ງນີ້.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະໂຄດົມຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງທ່ານພຣະໂຄດົມ ພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໗໒/໕໐໓

ກິຈທີ່ຮີບດ່ວນຂອງພິກຂຸ

ພິກຂຸທັງຫລາຍ! ກິຈທີ່ຮີບດ່ວນຂອງຄະຫະບໍດີຊາວນາທີ່ຄວນກະທຳ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ?

ພິກຂຸທັງຫລາຍ! ຄະຫະບໍດີຊາວນາໃນໂລກນີ້ ຕ້ອງຟ້າວເລັ່ງໄຖນາໃຫ້ດີ ຄາດນາໃຫ້ຮຽບຮ້ອຍ ຄັນແລ້ວຕ້ອງຟ້າວເພາະພືຊລົງໄປ ຄັນແລ້ວຟ້າວໄຂເອົານ້ຳເຂົ້າແດ່ ລະບາຍເອົານ້ຳອອກແດ່. ພິກຂຸທັງຫລາຍ ກິຈທີ່ຮີບດ່ວນຂອງຄະຫະບໍດີຊາວນາທີ່ຄວນກະທຳ ໓ ຢ່າງນີ້ແລ.

ພິກຂຸທັງຫລາຍ! ຄະຫະບໍດີຊາວນານັ້ນ ບໍ່ມີລິທທ໌ຫລືອານຸ ພາບບັນດາລວ່າ ເຂົ້າເປືອກຂອງເຮົາຈົ່ງເກີດໃນວັນນີ້, ມື້ອື່ນນີ້ຈົ່ງມານ, ມື້ຮືນີ້ຈົ່ງຫຸງໄດ້. ພິກຂຸທັງຫລາຍ ໂດຍແທ້ແລ້ວ ສມັຍທີ່ເຂົ້າເປືອກຂອງຄະຫະບໍດີຊາວນານັ້ນມີຄວາມເປັນໄປຕາມລະດູ ເກີດຂຶ້ນ ມານ ແລະຫຸງໄດ້ມີຢູ່ ສັນໃດ;

ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກິຈທີ່ຮີບດ່ວນຂອງພິກຂຸທີ່ຄວນກະທຳ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ? ຄື:

ກາຣສະມາທານອະທິສີລະສິກຂາ,

ກາຣສະມາທານອະທິຈິຕຕະສິກຂາ,

ກາຣສະມາທານອະທິປັນຍາສິກຂາ,

ພິກຂຸທັງຫລາຍ! ກິຈທີ່ຮີບດ່ວນຂອງພິກຂຸທີ່ຄວນກະທຳ ໓ ຢ່າງນີ້ແລ.

ພິກຂຸທັງຫລາຍ! ພິກຂຸນັ້ນ ບໍ່ມີລິທທ໌ຫລືອານຸພາບບັນດາລວ່າ ຈິຕຂອງເຮົາຈົ່ງຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນໃນວັນນີ້ແຫລະ ຫລືບໍ່ກໍມື້ອື່ນນີ້ ຫລືໃນມື້ຮືນີ້. ພິກຂຸທັງຫລາຍ ໂດຍແທ້ແລ້ວ ສມັຍທີ່ຈິຕຂອງພິກຂຸຜູ້ສຶກສາອະທິສີລະສິກຂາ ສຶກສາອະທິຈິຕຕະສິກຂາ ສຶກສາອະທິປັນຍາສິກຂາຢູ່ ຍ່ອມ ຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນມີຢູ່.

ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິສີລະສິກຂາ, ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິຈິຕຕະສິກຂາ, ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິປັນຍາສິກຂາ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໒໙/໕໓໒

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ