ຄວາມສັນໂດດ
ໜ້າ/ 65
ເຮົານັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທ ຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນບໍ່ຫວັ່ນໄຫວຢ່າງນີ້ແລ້ວ ຍ່ອມນ້ອມຈິຕໄປເພື່ອຈຸຕູປະປາຕະຍານ ເຮົານັ້ນມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກ ສວັນ ດັ່ງນີ້. ເຮົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້. ພຣາມນ໌ ວິຊຊາທີ ໒ ນີ້ແລ ເຮົາໄດ້ບັນລຸແລ້ວ ໃນມັຊຊິມະຍາມແຫ່ງຣາຕຣີ ກຳຈັດອະວິຊຊາເສຍໄດ້ ວິຊຊາກໍເກີດຂຶ້ນ ກຳຈັດຄວາມມືດເສຍໄດ້ ຄວາມສວ່າງກໍເກີດຂຶ້ນ ເໝືອນບຸຄຄົລຜູ້ບໍ່ປະມາທ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່ ສັນນັ້ນ.
ເຮົານັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທ ຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນບໍ່ຫວັ່ນໄຫວຢ່າງນີ້ແລ້ວ ຍ່ອມນ້ອມຈິຕໄປເພື່ອອາສະວັກຂະຍະຍານ ໄດ້ຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣທ ນີ້ທຸກຂະນິໂຣທະຄາມິນີປະຕິປະທາ ເຫລົ່ານີ້ອາສະວະ ນີ້ເຫຕເກີດແຫ່ງອາສະວະ ນີ້ຄວາມດັບແຫ່ງອາສະວະ ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງອາສະວະ ເມື່ອເຮົານັ້ນຮູ້ເຫັນຢ່າງນີ້ແລ້ວ ຈິຕກໍຫລຸດພົ້ນຈາກກາມາສະວະ ພະວາສະວະ ອະວິຊຊາສະວະ ເມື່ອຈິຕຫລຸດພົ້ນແລ້ວ ກໍມີຍານຢັ່ງຮູ້ວ່າ ຫລຸດພົ້ນແລ້ວ ໄດ້ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ. ພຣາມນ໌ ວິຊຊາທີ ໓ ນີ້ແລ ເຮົາໄດ້ບັນລຸແລ້ວ ໃນປັຈສິມຍາມແຫ່ງຣາຕຣີ ກຳຈັດອະວິຊຊາເສຍໄດ້ ວິຊຊາກໍເກີດຂຶ້ນ ກຳຈັດຄວາມມືດເສຍໄດ້ ຄວາມສວ່າງກໍເກີດຂຶ້ນ ເໝືອນບຸຄຄົລຜູ້ບໍ່ປະມາທ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່ ສັນນັ້ນ.
ພຣາມນ໌! ທ່ານອາດມີຄວາມຄິດຢ່າງນີ້ວ່າ ແມ່ນແຕ່ວັນນີ້ພຣະສະມະນະໂຄດົມຍັງບໍ່ປາສະຈາກຣາຄະ ຍັງບໍ່ປາສະຈາກໂທສະ ຍັງບໍ່ປາສະຈາກໂມຫະແນ່ນອນ ເພາະສະນັ້ນ ຈຶ່ງຍັງເສພເສນາສະນະອັນສງັດ ທັງທີ່ເປັນປ່າແລະປ່າປ່ຽວຢູ່ ດັ່ງນີ້, ພຣາມນ໌ ໃນຂໍ້ນີ້ ທ່ານຢ່າເຫັນຢ່າງນັ້ນ.
ພຣາມນ໌! ເຮົາເຫັນອຳນາຈປະໂຍຊນ໌ ໒ ປະກາຣຄື ເຫັນຄວາມຢູ່ເປັນສຸຂໃນປັຈຈຸບັນ ແລະເພື່ອອະນຸເຄາະຊົນຜູ້ເກີດໃນພາຍຫລັງ ຈຶ່ງເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ.
ຊົນຜູ້ເກີດໃນພາຍຫລັງນີ້ ທ່ານພຣະໂຄດົມອະນຸເຄາະຢູ່ແລ້ວ ເພາະທ່ານເປັນພຣະອະຣະຫັນຕະສັມມາສັມພຸທທະ.
ຂ້າແຕ່ທ່ານພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ທ່ານພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະໂຄດົມຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງທ່ານພຣະໂຄດົມ ພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.
ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໒໓-໓໑/໒໗-໕໒
ຂໍ້ທີ່ຄວນຫວັງໄດ້ ໑໗ ປະກາຣ








