ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ພຣາມນ໌! ເມື່ອເຮົາຢືນຢູ່ ຄວາມກົວແລະຄວາມຫວາດສະດຸ້ງເກີດຂຶ້ນແກ່ເຮົາ ເຮົາຈະບໍ່ຈົງກົມ ບໍ່ນັ່ງ ບໍ່ນອນເລີຍ ຈະຢືນຢູ່ ຈົນກວ່າຈະກຳຈັດຄວາມກົວແລະຄວາມຫວາດສະດຸ້ງນັ້ນໄດ້.

ພຣາມນ໌! ເມື່ອເຮົານັ່ງຢູ່ ຄວາມກົວແລະຄວາມຫວາດສະດຸ້ງເກີດຂຶ້ນແກ່ເຮົາ ເຮົາຈະບໍ່ນອນ ບໍ່ຢືນ ບໍ່ຈົງກົມເລີຍ ຈະນັ່ງຢູ່ ຈົນກວ່າຈະກຳຈັດຄວາມກົວແລະຄວາມຫວາດສະດຸ້ງນັ້ນໄດ້.

ພຣາມນ໌! ເມື່ອເຮົານອນຢູ່ ຄວາມກົວແລະຄວາມຫວາດສະດຸ້ງເກີດຂຶ້ນແກ່ເຮົາ ເຮົາຈະບໍ່ນັ່ງ ບໍ່ຢືນ ບໍ່ຈົງກົມເລີຍ ຈະນອນຢູ່ ຈົນກວ່າຈະກຳຈັດຄວາມກົວແລະຄວາມຫວາດສະດຸ້ງນັ້ນໄດ້.

ພຣາມນ໌! ມີສະມະນະພຣາມນ໌ພວກໜຶ່ງຍ່ອມສຳຄັນກາງຄືນແທ້ໆວ່າ ກາງເວັນ, ຍ່ອມສຳຄັນກາງເວັນແທ້ໆວ່າ ກາງຄືນ ເຮົາຍ່ອມກ່າວຄວາມສຳຄັນຢ່າງນີ້ຂອງສະມະນະພຣາມນ໌ເຫລົ່ານັ້ນວ່າ ຢູ່ດ້ວຍຄວາມຫລົງ.

ພຣາມນ໌! ສ່ວນເຮົາຍ່ອມສຳຄັນກາງຄືນວ່າ ກາງຄືນ ຍ່ອມສຳຄັນກາງເວັນວ່າ ກາງເວັນ.

ພຣາມນ໌! ບຸຄຄົລເມື່ອຈະກ່າວເຖິງສັຕຜູ້ບໍ່ມີຄວາມຫລົງເປັນທັມມະດາ ເກີດຂຶ້ນໃນໂລກ ເພື່ອປະໂຍຊນ໌ເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ ບຸຄຄົລເມື່ອຈະກ່າວໃຫ້ຖືກ ຄວນກ່າວເຖິງເຮົານັ້ນແລວ່າ ສັຕຜູ້ບໍ່ມີຄວາມຫລົງເປັນທັມມະດາ ເກີດຂຶ້ນໃນໂລກ ເພື່ອປະໂຍຊນ໌ເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ.

ພຣາມນ໌! ເຮົາປຣາຣົພຄວາມພຽນບໍ່ຢໍ້ຢ່ອນ ມີສະຕິຕັ້ງໝັ້ນບໍ່ຟັ່ນເຟືອນ ກາຍກໍສະງົບຣະງັບບໍ່ກະສັບກະສ່າຍ ຈິຕຕັ້ງໝັ້ນ ມີອາຣົມນ໌ແນ່ວແນ່.

ພຣາມນ໌! ເຮົານັ້ນສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;

ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.

ເຮົານັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທ ຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນບໍ່ຫວັ່ນໄຫວຢ່າງນີ້ແລ້ວ ຍ່ອມນ້ອມຈິຕໄປເພື່ອປຸພເພນິວາສານຸສະຕິຍານ ເຮົານັ້ນຍ່ອມຣະນຶກຊາຕກ່ອນໄດ້ເປັນອັນມາກຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນ ມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້. ພຣາມນ໌ ວິຊຊາທີ ໑ ນີ້ແລ ເຮົາໄດ້ບັນລຸແລ້ວ ໃນປະຖົມຍາມແຫ່ງຣາຕຣີ ກຳຈັດອະວິຊຊາເສຍໄດ້ ວິຊຊາກໍເກີດຂຶ້ນ ກຳຈັດຄວາມມືດເສຍໄດ້ ຄວາມສວ່າງກໍເກີດຂຶ້ນ ເໝືອນບຸຄຄົລຜູ້ບໍ່ປະມາທ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່ ສັນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ