ຄວາມສັນໂດດ
ໜ້າ/ 65
ຖືກາຣສັນສະເພາະໃນບາຕເປັນວັຕເພາະເປັນບ້າ ເພາະຈິຕຟຸ້ງຊ່ານ;
ຖືກາຣສັນສະເພາະໃນບາຕເປັນວັຕເພາະຮູ້ວ່າເປັນຄວາມປະພຶຕທີ່ພຣະພຸທທະເຈົ້າແລະສາວົກຂອງພຣະພຸທທະເຈົ້າທັງຫລາຍສັນລະເສີນ;
ຖືກາຣສັນສະເພາະໃນບາຕເປັນວັຕເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້.
ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕ ໕ ຈໍາພວກນີ້ແລ.
ພິກຂຸທັງຫລາຍ! ບັນດາພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕ ໕ ຈໍາພວກນີ້ ຜູ້ຖືກາຣສັນສະເພາະໃນບາຕເປັນວັຕເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້ ເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ສູງສຸດ ແລະດີກວ່າ.
ປຽບເໝືອນນົມສົດເກີດຈາກແມ່ງົວ ນົມສົ້ມເກີດຈາກນົມສົດ ເນີຍຂຸ້ນເກີດຈາກນົມສົ້ມ ເນີຍໃສເກີດຈາກເນີຍຂຸ້ນ ຫົວເນີຍໃສເກີດຈາກເນີຍໃສ ຫົວເນີຍໃສຊາວໂລກກ່າວກັນວ່າເປັນເລີດໃນຈຳພວກຣົສອັນເກີດຈາກງົວເຫລົ່ານັ້ນ ສັນໃດ; ບັນດາພິກຂຸທີ່ຖືກາຣສັນສະເພາະໃນບາຕເປັນວັຕ ໕ ຈໍາພວກນີ້ ພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕ ເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້ ເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ສູງສຸດ ແລະດີກວ່າ ສັນນັ້ນເໝືອນກັນ.
(ອີກສາມຂໍ້ບໍ່ປາກົຕເຫັນໃນກຸ່ມພຣະສູຕນີ້ເຊັ່ນ: ກາຣຖືໄຕຣຈີວອຣເປັນວັຕ, ກາຣທ່ຽວບິນທະບາຕເປັນວັຕ, ກາຣຖືບິນທະບາຕຕາມລຳດັບບ້ານເປັນວັຕ)
ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ
ປັນຈະກະ-ສັກກະນິບາຕ ໒໒/໑໙໖-໑໙໘/໑໘໑-໑໙໐
ວ່າດ້ວຍສິ່ງທີ່ເປັນພັຍ
ແລະໜ້າຢ້ານກົວ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ຄັ້ງນັ້ນແລ ຊານຸໂສນີພຣາມນ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຊານຸໂສນີພຣາມນ໌ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ກຣາບທູລພຣະຜູ້ມີພຣະພາຄດັ່ງນີ້ວ່າ:
ຂ້າແຕ່ທ່ານພຣະໂຄດົມ! ກຸລະບຸຕເຫລົ່າໃດ ມີສັທທາ ອອກບວຊເປັນບັນພະຊິຕ ອຸທິສສະເພາະທ່ານພຣະໂຄດົມ ທ່ານພຣະໂຄດົມຊົງເປັນຫົວໜ້າຂອງກຸລະບຸຕເຫລົ່ານັ້ນ ຊົງມີອຸປະກາຣະຫລາຍແກ່ກຸລະບຸຕເຫລົ່ານັ້ນ ຊົງຍັງກຸລະບຸຕເຫລົ່ານັ້ນໃຫ້ຖືເອົາຕາມ ແລະຊົນເຫລົ່ານັ້ນຍ່ອມປະຕິບັຕຕາມແບບຢ່າງຂອງທ່ານສະມະນະໂຄດົມຫລື?
ພຣະຜູ້ມີພຣະພາຄຕຣັສວ່າ:
ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ
ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ, ກຸລະບຸຕເຫລົ່າໃດ ມີສັທທາ ອອກບວຊເປັນບັນພະຊິຕ ອຸທິສສະເພາະເຮົາ ເຮົາເປັນຫົວໜ້າຂອງກຸລະບຸຕເຫລົ່ານັ້ນ ມີອຸປະກາຣະຫລາຍແກ່ກຸລະບຸຕເຫລົ່ານັ້ນ ຍັງກຸລະບຸຕເຫລົ່ານັ້ນໃຫ້ຖືເອົາຕາມ ແລະຊົນເຫລົ່ານັ້ນຍ່ອມປະຕິບັຕຕາມແບບຢ່າງຂອງເຮົາ.
ຂ້າແຕ່ທ່ານພຣະໂຄດົມ! ເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ຍາກທີ່ຈະເປັນຢູ່ໄດ້ໃນພາວະທີ່ໂດດດ່ຽວ ຄວາມສງັດກາຍ ຍາກທີ່ຈະກະທຳໄດ້ ຍາກທີ່ຈະຍິນດີໄດ້ ປ່າທັງຫລາຍ ເໝືອນດັ່ງວ່າຈະຊັກພາໃຈຂອງພິກຂຸຜູ້ຍັງບໍ່ໄດ້ສະມາທິໄປເສຍ.
ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ
ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ, ເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ຍາກທີ່ຈະເປັນຢູ່ໄດ້ໃນພາວະທີ່ໂດດດ່ຽວ ຄວາມສງັດກາຍ ຍາກທີ່ຈະກະທຳໄດ້ ຍາກທີ່ຈະຍິນດີໄດ້ ປ່າທັງຫລາຍເໝືອນດັ່ງວ່າຈະຊັກພາໃຈຂອງພິກຂຸຜູ້ຍັງບໍ່ໄດ້ສະມາທິໄປເສຍ.
ພຣາມນ໌! ແມ່ນແຕ່ເຮົາເມື່ອເປັນໂພທິສັຕ ຍັງບໍ່ໄດ້ຕຣັສຮູ້ ກ່ອນກາຣຕຣັສຮູ້ນັ້ນ ໄດ້ມີຄວາມດຳຣິຢ່າງນີ້ວ່າ ເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ຍາກທີ່ຈະເປັນຢູ່ໄດ້ໃນພາວະທີ່ໂດດດ່ຽວ ຄວາມສງັດກາຍ ຍາກທີ່ຈະກະທຳໄດ້ ຍາກທີ່ຈະຍິນດີໄດ້ ປ່າທັງຫລາຍເໝືອນດັ່ງວ່າຈະຊັກພາໃຈຂອງພິກຂຸຜູ້ຍັງບໍ່ໄດ້ສະມາທິໄປເສຍ.








