ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ອາພາທເລັກນ້ອຍເກີດຂຶ້ນແກ່ພິກຂຸ ເຂົາມີຄວາມຄິດຢ່າງນີ້ວ່າ ອາພາທເລັກນ້ອຍນີ້ເກີດຂຶ້ນແກ່ເຮົາແລ້ວ ກາຣທີ່ອາພາທຂອງເຮົາຈະກຳເຣີບນັ້ນເປັນຖານະທີ່ຈະມີໄດ້ ສະນັ້ນ ເຮົາຈະຟ້າວປຣາຣົພຄວາມພຽນເສຍກ່ອນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ ເຂົາປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນອາຣັພພະວັຕຖຸປະກາຣທີ ໗.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຫາຍຈາກອາພາທແລ້ວ ແຕ່ຍັງຫາຍບໍ່ດົນ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາຫາຍຈາກອາພາທແລ້ວ ແຕ່ຍັງຫາຍບໍ່ດົນ ກາຣທີ່ອາພາທຂອງເຮົາຈະກັບກຳເຣີບນັ້ນເປັນຖານະທີ່ຈະມີໄດ້ ສະນັ້ນ ເຮົາຈະຟ້າວ ປຣາຣົພຄວາມພຽນເສຍກ່ອນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ ເຂົາປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນອາຣັພພະວັຕຖຸປະກາຣທີ ໘.

ພິກຂຸທັງຫລາຍ! ອາຣັພພະວັຕຖຸ ໘ ປະກາຣນີ້ແລ.

ທຸດົງຄະວັຕ

(ຂໍ້ປະຕິບັຕເພື່ອກາຣຂັດເກົາກິເລສ)

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ປ່າເປັນວັຕ ໕ ຈຳພວກນີ້; ໕ ຈໍາພວກເປັນຢ່າງໃດ? ຄື:

ພິກຂຸຜູ້ຖືກາຣຢູ່ປ່າເປັນວັຕເພາະຄວາມໂງ່ເຂົາ ເພາະຄວາມຫລົງ;

ມີຄວາມປາຖນາຊົ່ວ ຖືກຄວາມຢາກຄອບງຳຈຶ່ງຖືກາຣຢູ່ປ່າເປັນວັຕ;

ຖືກາຣຢູ່ປ່າເປັນວັຕເພາະເປັນບ້າ ເພາະຈິຕຟຸ້ງຊ່ານ;

ຖືກາຣຢູ່ປ່າເປັນວັຕເພາະຮູ້ວ່າເປັນຄວາມປະພຶຕທີ່ພຣະພຸທທະເຈົ້າແລະສາວົກຂອງພຣະພຸທທະເຈົ້າທັງຫລາຍສັນລະເສີນ;

ຖືກາຣຢູ່ປ່າເປັນວັຕເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້.

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ປ່າເປັນວັຕ ໕ ຈໍາພວກນີ້ແລ.

ພິກຂຸທັງຫລາຍ! ບັນດາພິກຂຸຜູ້ຖືກາຣຢູ່ປ່າເປັນວັຕ ໕ ຈຳພວກນີ້ ພິກຂຸຜູ້ຖືກາຣຢູ່ປ່າເປັນວັຕ ເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້ ເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ສູງສຸດ ແລະດີກວ່າ.

ປຽບເໝືອນນົມສົດເກີດຈາກແມ່ງົວ ນົມສົ້ມເກີດຈາກນົມສົດ ເນີຍຂຸ້ນເກີດຈາກນົມສົ້ມ ເນີຍໃສເກີດຈາກເນີຍຂຸ້ນ ຫົວເນີຍໃສເກີດຈາກເນີຍໃສ ຫົວເນີຍໃສຊາວໂລກກ່າວກັນວ່າເປັນເລີດໃນຈຳພວກຣົສອັນເກີດຈາກງົວເຫລົ່ານັ້ນ ສັນໃດ; ບັນດາພິກຂຸຜູ້ຖືຢູ່ປ່າເປັນວັຕ ໕ ຈໍາພວກນີ້ ພິກຂຸຜູ້ຖືຢູ່ປ່າເປັນວັຕ ເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້ ເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ສູງສຸດ ແລະດີກວ່າ ສັນນັ້ນເໝືອນກັນ.

ພິກຂຸທັງຫລາຍ! ພິກຂຸຜູ້ຖືຜ້າບັງສຸກຸລເປັນວັຕ ໕ ຈຳພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ເຫງົ້າໄມ້ເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ປ່າຊ້າເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ໃນທີ່ແຈ້ງເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣນັ່ງເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ໃນເສນາສະນະຕາມທີ່ທ່ານຈັດໃຫ້ເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣນັ່ງສັນໃນອາສະນະດຽວເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຫ້າມພັຕຕາຫາຣທີ່ນຳມາຖວາຍໃນພາຍຫລັງເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕ ໕ ຈໍາພວກນີ້; ໕ ຈໍາພວກເປັນຢ່າງໃດ? ຄື:

ພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕເພາະຄວາມໂງ່ເຂົາ ເພາະຄວາມຫລົງ;

ມີຄວາມປາຖນາຊົ່ວ ຖືກຄວາມຢາກຄອບງຳຈຶ່ງຖືກາຣສັນສະເພາະໃນບາຕເປັນວັຕ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ