ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໃນຊາຕິພູມປະເທສ ທ່ານພຣະປຸນນະມັນຕານີບຸຕແລ ເປັນຜູ້ທີ່ເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຊາວຊາຕິພູມປະເທສຍົກຍ້ອງຢ່າງນີ້ວ່າ ທ່ານເປັນຜູ້ມັກນ້ອຍ ສັນໂດດ ງຽບສງັດ ບໍ່ຄຸກຄີດ້ວຍໝູ່ ປຣາຣົພຄວາມພຽນ ສົມບູນດ້ວຍສີລ ສະມາທິ ປັນຍາ ວິມຸຕຕິ ວິມຸຕຕິຍານທັສສະນະແລ້ວ ຍັງກ່າວຖ້ອຍຄຳພັນນະນາຄວາມມັກນ້ອຍ ຄວາມສັນໂດດ ຄວາມງຽບສງັດ ຄວາມບໍ່ຄຸກຄີດ້ວຍໝູ່ ກາຣປຣາຣົພຄວາມພຽນ ຄວາມສົມບູນດ້ວຍສີລ ສະມາທິ ປັນຍາ ວິມຸຕຕິ ວິມຸຕຕິຍານທັສສະນະແກ່ພິກຂຸທັງຫລາຍອີກດ້ວຍ ເປັນຜູ້ໃຫ້ໂອວາທ ແນະນຳ ຊີ້ແຈງ ຊັກຊວນເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ທັງຫລາຍໃຫ້ອາດຫານ ຣ່າເຣິງ.

ສມັຍນັ້ນ ທ່່ານພຣະສາຣີບຸຕນັ່ງເຝົ້າພຣະຜູ້ມີພຣະພາຄຢູ່ໃນທີ່ໃກ້ ຈຶ່ງດຳຣິວ່າ ເປັນລາພຂອງທ່ານປຸນນະມັນຕານີບຸຕ ຄວາມເປັນມະນຸສອັນທ່ານປຸນນະມັນຕານີບຸຕໄດ້ດີແລ້ວ ທີ່ເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນກ່າວຍົກຍ້ອງພັນນະນາຄຸນສະເພາະພຣະພັກພຣະສາສດາ ແລະພຣະສາສດາກໍຊົງອະນຸໂມທະນາເຊິ່ງກະຖານັ້ນ ບາງທີເຮົາຄົງໄດ້ພົບກັບທ່ານປຸນນະມັນຕານີບຸຕ ແລ້ວສົນທະນາປຣາສັຍກັນຈັກຄັ້ງໜຶ່ງ.

ຄັ້ງນັ້ນ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະນະຄອຣຣາຊະຄຶຫ໌ຕາມສຳຣານພຣະອັທທະຍາສັຍແລ້ວ ສະເດັຈຈາຣິກໄປໂດຍລຳດັບ ເຖິງພຣະນະຄອຣສາວັຕຖີ ປະທັບໃນພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ.

ທ່ານພຣະປຸນນະມັນຕານີບຸຕໄດ້ຊາບຂ່າວວ່າ ພຣະຜູ້ມີພຣະພາຄສະເດັຈເຖິງພຣະນະຄອຣສາວັຕຖີ ປະທັບໃນພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ທ່ານຈຶ່ງເກັບງຳເສນາສະນະ ຖືບາຕແລະຈີວອຣຈາຣິກໄປໂດຍລຳດັບ ຕາມທາງທີ່ຈະໄປຍັງພຣະນະຄອຣສາວັຕຖີ ເຖິງພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີແລ້ວ ຈຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນນັ່ງຮຽບຮ້ອຍແລ້ວ ພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ຣ່າເຣິງ ດ້ວຍທັມມິກະຖາ.

ເມື່ອພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ຣ່າເຣິງ ດ້ວຍທັມມິກະຖາແລ້ວ ທ່ານພຣະປຸນນະມັນຕານີບຸຕກໍຊື່ນຊົມ ອະນຸໂມທະນາພຣະພາສິຕຂອງພຣະຜູ້ມີພຣະພາຄ ລຸກຈາກອາສະນະ ຖວາຍອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວເຂົ້າໄປສູ່ປ່າອັນທະວັນເພື່ອພັກທ່ຽງວັນ.

ຄັ້ງນັ້ນ ພິກຂຸອົງຄ໌ໜຶ່ງເຂົ້າໄປຫາທ່ານພຣະສາຣີບຸຕແລ້ວແຈ້ງຂ່າວວ່າ ຂ້າແຕ່ທ່ານພຣະສາຣີບຸຕ ທ່ານພຣະປຸນນະມັນຕານີບຸຕທີ່ທ່ານໄດ້ສັນລະເສີນເນື່ອງໆນັ້ນ ບັດນີ້ ພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ຣ່າເຣິງ ດ້ວຍທັມມິກະຖາແລ້ວ ທ່ານກໍຊື່ນຊົມ ອະນຸໂມທະນາ ພຣະພາສິຕຂອງພຣະຜູ້ມີພຣະພາຄ ລຸກຈາກອາສະນະ ຖວາຍອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວເຂົ້າໄປສູ່ປ່າອັນທະວັນເພື່ອພັກທ່ຽງວັນ.

ລຳດັບນັ້ນ ທ່ານພຣະສາຣີບຸຕຟ້າວຖືຜ້ານິສີທະນະ(ຜ້າປູນັ່ງ) ແລ້ວຕິດຕາມທ່ານພຣະປຸນນະມັນຕານີບຸຕໄປຂ້າງຫລັງໆ ພໍເຫັນຫົວກັນ.

ຄັ້ງນັ້ນ ທ່ານພຣະປຸນນະມັນຕານີບຸຕເຂົ້າໄປປ່າອັນທະວັນແລ້ວ ນັ່ງພັກທ່ຽງວັນຢູ່ທີ່ເຫງົ້າໄມ້ແຫ່ງໜຶ່ງ ແມ່ນແຕ່ທ່ານພຣະສາຣີບຸຕກໍເຂົ້າໄປສູ່ປ່າອັນທະວັນແລ້ວ ກໍນັ່ງພັກທ່ຽງວັນຢູ່ທີ່ເຫງົ້າໄມ້ແຫ່ງໜຶ່ງເໝືອນກັນ.

ຄັ້ງນັ້ນ ເປັນເວລາຕອນແລງ ທ່ານພຣະສາຣີບຸຕອອກຈາກທີ່ພັກຜ່ອນແລ້ວ ເຂົ້າໄປຫາທ່ານພຣະປຸນນະມັນຕານີບຸຕເຖິງທີ່ຢູ່ ໄດ້ປຣາສັຍກັບທ່ານພຣະປຸນນະມັນຕານີບຸຕ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນນັ່ງຮຽບຮ້ອຍແລ້ວ ຈຶ່ງຖາມທ່ານພຣະປຸນນະມັນຕານີບຸຕດັ່ງນີ້ວ່າ:

ອາວຸໂສ! ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄຂອງເຮົາຫລື?

ທ່ານພຣະປຸນນະມັນຕານີບຸຕຕອບວ່າ:

ຖືກແລ້ວ ອາວຸໂສ!

ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອສີລວິສຸທທິຫລື ອາວຸໂສ!

ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອຈິຕຕະວິສຸທທິຫລື ອາວຸໂສ!

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ