ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ເມຄິຍະ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ເມຄິຍະ ນີ້ເປັນທັມປະກາຣທີ ໔ ຍ່ອມເປັນໄປເພື່ອຄວາມແກ່ກ້າແຫ່ງເຈໂຕວິມຸຕທີ່ຍັງບໍ່ແກ່ກ້າ.

ເມຄິຍະ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງພິຈາຣະນາຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ເມຄິຍະ ນີ້ເປັນທັມປະກາຣທີ ໕ ຍ່ອມເປັນໄປເພື່ອຄວາມແກ່ກ້າແຫ່ງເຈໂຕວິມຸຕທີ່ຍັງບໍ່ແກ່ກ້າ.

ເມຄິຍະ! ພິກຂຸຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຫວັງຂໍ້ນີ້ໄດ້ວ່າ ເຂົາຈັກເປັນຜູ້ມີສີລ ສັງຣວມຣະວັງໃນປາຕິໂມກຂ໌ ເຖິງພ້ອມດ້ວຍອາຈາຣະແລະໂຄຈອຣ ມີປົກກະຕິເຫັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງ ຫລາຍ.

ເມຄິຍະ! ພິກຂຸຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຫວັງຂໍ້ນີ້ໄດ້ວ່າ ເຂົາຈັກໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງກະຖາອັນເປັນໄປເພື່ອກາຣຂັດເກົາກິເລສ ເປັນທີ່ສະບາຍໃນກາຣເປີດຈິຕຄື ອັປປິຈສະກະຖາ ສັນຕຸຕຖິກະຖາ ປະວິເວກະກະຖາ ອະສັງສັຄຄະກະຖາ ວິຣິຍາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານທັສສະນະກະຖາ.

ເມຄິຍະ! ພິກຂຸຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຫວັງຂໍ້ນີ້ໄດ້ວ່າ ເຂົາຈັກປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ.

ເມຄິຍະ! ພິກຂຸຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຫວັງຂໍ້ນີ້ໄດ້ວ່າ ເຂົາຈັກເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງພິຈາຣະນາຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ.

ເມຄິຍະ! ເມື່ອພິກຂຸນັ້ນຕັ້ງຢູ່ໃນທັມ ໕ ປະກາຣນີ້ແລ້ວ ຄວນຈະເຣີນທັມ ໔ ປະກາຣໃຫ້ຍິ່ງຂຶ້ນໄປຄື:

ຄວນຈະເຣີນອະສຸພະເພື່ອລະຣາຄະ,

ຄວນຈະເຣີນເມຕຕາເພື່ອລະພະຍາບາທ,

ຄວນຈະເຣີນອານາປານະສະຕິເພື່ອຕັດເຊິ່ງວິຕົກ,

ຄວນຈະເຣີນອະນິຈຈະສັນຍາເພື່ອຖອນອັສສະມິມານະ.

ເມຄິຍະ! ອະນັຕຕະສັນຍາຍ່ອມປາກົຕແກ່ພິກຂຸຜູ້ໄດ້ອະນິຈຈະສັນຍາ ຜູ້ທີ່ໄດ້ອະນັຕຕະສັນຍາຍ່ອມບັນລຸນິພພານ ອັນຖອນເສຍໄດ້ເຊິ່ງອັສສະມິມານະໃນປັຈຈຸບັນແລ.

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ

໒໓/໒໘໖/໒໐໗

ພິກຂຸຊາວຊາຕິພູມຍົກຍ້ອງທ່ານພຣະປຸນນະມັນຕານີບຸຕວ່າ ເປັນຜູ້ມັກນ້ອຍ ສັນໂດດ...

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນ ອັນເປັນສະຖານທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂຕພຣະນະຄອຣຣາຊະຄຶຫ໌. ຄັ້ງນັ້ນ ພິກຂຸຊາວຊາຕິພູມປະເທສຈຳນວນຫລາຍ ຈຳພັນສາແລ້ວໃນຊາຕິພູມ ພາກັນເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສຖາມພິກຂຸເຫລົ່ານັ້ນດັ່ງນີ້ວ່າ:

ພິກຂຸທັງຫລາຍ! ໃນຊາຕິພູມປະເທສ ພິກຂຸອົງຄ໌ໃດໜໍ ທີ່ເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຊາວຊາຕິພູມປະເທສຍົກຍ້ອງຢ່າງນີ້ວ່າ ເຂົາເປັນຜູ້ມັກນ້ອຍ ສັນໂດດ ງຽບສງັດ ບໍ່ຄຸກຄີດ້ວຍໝູ່ ປຣາຣົພຄວາມພຽນ ສົມບູນດ້ວຍສີລ ສະມາທິ ປັນຍາ ວິມຸຕຕິ ວິມຸຕຕິຍານທັສສະນະແລ້ວ ຍັງກ່າວຖ້ອຍຄຳພັນນະນາຄວາມມັກນ້ອຍ ຄວາມສັນໂດດ ຄວາມງຽບສງັດ ຄວາມບໍ່ຄຸກຄີດ້ວຍໝູ່ ກາຣປຣາຣົພຄວາມພຽນ ຄວາມສົມບູນດ້ວຍສີລ ສະມາທິ ປັນຍາ ວິມຸຕຕິ ວິມຸຕຕິຍານທັສສະນະແກ່ພິກຂຸທັງຫລາຍອີກດ້ວຍ ເປັນຜູ້ໃຫ້ໂອວາທ ແນະນຳ ຊີ້ແຈງ ຊັກຊວນເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ທັງຫລາຍໃຫ້ອາດຫານ ຣ່າເຣິງ?

ພິກຂຸຊາວຊາຕິພູມປະເທສເຫລົ່ານັ້ນກຣາບທູລວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ