ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ແມ່ນແຕ່ຄັ້ງທີ ໒ ທ່ານພຣະເມຄິຍະກໍໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະຜູ້ມີພຣະພາຄບໍ່ມີກິຈອັນໃດທີ່ຄວນກະທຳໃຫ້ຍິ່ງຂຶ້ນ ບໍ່ມີກາຣສັ່ງສົມອະຣິຍະມັຄທີ່ຊົງກະທຳແລ້ວ ສ່ວນຂ້ານ້ອຍຍັງມີກິຈທີ່ຄວນກະທຳໃຫ້ຍິ່ງຂຶ້ນ ຍັງມີກາຣສັ່ງສົມອະຣິຍະມັຄທີ່ກະທຳແລ້ວ ຖ້າພຣະຜູ້ມີພຣະພາຄຊົງອະນຸຍາຕຂ້ານ້ອຍ ຂ້ານ້ອຍຈະໄປຍັງອັມພະວັນເພື່ອບຳເພັນພຽນ.

ພຣະຜູ້ມີພຣະພາຄຕຣັສວ່າ:

ເມຄິຍະ! ຈົ່ງລໍຢູ່ກ່ອນ ເຮົາຢູ່ຄົນດຽວ ເຈົ້າຈົ່ງລໍຢູ່ຈົນກວ່າພິກຂຸອົງຄ໌ອື່ນມາແທນ.

ແມ່ນແຕ່ຄັ້ງທີ ໓ ທ່ານພຣະເມຄິຍະກໍໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະຜູ້ມີພຣະພາຄບໍ່ມີກິຈອັນໃດທີ່ຄວນກະທຳໃຫ້ຍິ່ງຂຶ້ນ ບໍ່ມີກາຣສັ່ງສົມອະຣິຍະມັຄທີ່ຊົງກະທຳແລ້ວ ສ່ວນຂ້ານ້ອຍຍັງມີກິຈທີ່ຄວນກະທຳໃຫ້ຍິ່ງຂຶ້ນ ຍັງມີກາຣສັ່ງສົມອະຣິຍະມັຄທີ່ກະທຳແລ້ວ ຖ້າພຣະຜູ້ມີພຣະພາຄຊົງອະນຸຍາຕຂ້ານ້ອຍ ຂ້ານ້ອຍຈະໄປຍັງອັມພະວັນເພື່ອບຳເພັນພຽນ.

ພຣະຜູ້ມີພຣະພາຄຕຣັສວ່າ:

ເມຄິຍະ! ເຮົາຈະວ່າອັນໃດເຈົ້າຜູ້ກ່າວຢູ່ວ່າ ບຳເພັນພຽນ.

ເມຄິຍະ! ເຈົ້າຈົ່ງສຳຄັນກາລອັນຄວນໃນບັດນີ້ເຖີດ.

ຄັ້ງນັ້ນແລ ທ່ານພຣະເມຄິຍະລຸກຈາກອາສະນະ ຖວາຍອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວເຂົ້າໄປຍັງປ່າອັມພະວັນ ອາສັຍອັມພະວັນນັ້ນ ນັ່ງພັກທ່ຽງວັນຢູ່ທີ່ເຫງົ້າໄມ້ແຫ່ງໜຶ່ງ. ຄັ້ງນັ້ນແລ ເມື່ອທ່ານພຣະເມຄິຍະພັກຢູ່ອັມພະວັນນັ້ນ ອະກຸສົລວິຕົກອັນເປັນບາບຄື ກາມວິຕົກ ພະຍາປາທະວິຕົກ ວິຫິງສາວິຕົກຍ່ອມຟຸ້ງຊ່ານຫລາຍ. ລຳດັບນັ້ນ ທ່ານພຣະເມຄິຍະໄດ້ມີຄວາມຄິດດັ່ງນີ້ວ່າ ທ່ານຜູ້ຈະເຣີນ ໜ້າອັສສະຈັນຍ໌ໜໍ ບໍ່ເຄີຍມີມາເລີຍ ກຸລະບຸຕອອກບວຊເປັນບັນພະຊິຕດ້ວຍສັທທາກໍຍັງຖືກອະກຸສົລວິຕົກອັນເປັນບາບ ໓ ປະກາຣຄື ກາມວິຕົກ ພະຍາປາທະວິຕົກ ວິຫິງສາວິຕົກຄອບງຳ.

ຄັ້ງນັ້ນແລ ທ່ານພຣະເມຄິຍະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ເມື່ອຂ້ານ້ອຍຢູ່ໃນອັມພະວັນນັ້ນ ອະກຸສົລວິຕົກອັນເປັນບາບຄື ກາມວິຕົກ ພະຍາປາທະວິຕົກ ວິຫິງສາວິຕົກຍ່ອມຟຸ້ງຊ່ານຫລາຍ. ຂ້ານ້ອຍນັ້ນໄດ້ມີຄວາມຄິດດັ່ງນີ້ວ່າ ທ່ານຜູ້ຈະເຣີນ ໜ້າອັສສະຈັນຍ໌ໜໍ ບໍ່ເຄີຍມີມາເລີຍ ກຸລະບຸຕອອກບວຊເປັນບັນພະຊິຕດ້ວຍສັທທາກໍຍັງຖືກອະກຸສົລວິຕົກອັນເປັນບາບ ໓ ປະກາຣຄື ກາມວິຕົກ ພະຍາປາທະວິຕົກ ວິຫິງສາວິຕົກຄອບງຳ.

ພຣະຜູ້ມີພຣະພາຄຕຣັສວ່າ:

ເມຄິຍະ! ທັມ ໕ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມແກ່ກ້າແຫ່ງເຈໂຕວິມຸຕທີ່ຍັງບໍ່ແກ່ກ້າ, ທັມ ໕ ປະກາຣເປັນຢ່າງໃດ?

ເມຄິຍະ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ. ເມຄິຍະ ນີ້ເປັນທັມປະກາຣທີ ໑ ຍ່ອມເປັນໄປເພື່ອຄວາມແກ່ກ້າແຫ່ງເຈໂຕວິມຸຕທີ່ຍັງບໍ່ແກ່ກ້າ.

ເມຄິຍະ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີສີລ ສັງຣວມຣະວັງໃນປາຕິໂມກຂ໌ ເຖິງພ້ອມດ້ວຍອາຈາຣະແລະໂຄຈອຣ ມີປົກກະຕິເຫັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍ. ເມຄິຍະ ນີ້ເປັນທັມປະກາຣທີ ໒ ຍ່ອມເປັນໄປເພື່ອຄວາມແກ່ກ້າແຫ່ງເຈໂຕວິມຸຕທີ່ຍັງບໍ່ແກ່ກ້າ.

ເມຄິຍະ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງກະຖາອັນເປັນໄປເພື່ອກາຣຂັດເກົາກິເລສ ເປັນທີ່ສະບາຍໃນກາຣເປີດຈິຕຄື ອັປປິຈສະກະຖາ ສັນຕຸຕຖິກະຖາ(ເຣື່ອງຄວາມສັນໂດດ) ປະວິເວກະກະຖາ ອະສັງສັຄຄະກະຖາ ວິຣິຍາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານທັສສະນະກະຖາ. ເມຄິຍະ ນີ້ເປັນທັມປະກາຣທີ ໓ ຍ່ອມເປັນໄປເພື່ອຄວາມແກ່ກ້າແຫ່ງເຈໂຕວິມຸຕທີ່ຍັງບໍ່ແກ່ກ້າ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ